ຫວຽດນາມ ແລະ ອາເມລິກາຈະບັນລຸ TPP ໂດຍໄວ

ຫວຽດນາມ ແລະ ອາເມລິກາຈະບັນລຸ TPP ໂດຍໄວ - ảnh 1
ທ່ານ​ເລ​ຂ​າ​ທິການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ແລະ ຜູ້​ຕາງ​ໜ້າ​ການ​ຄ້າ​ອາ​ເມ​ລິ​ກາ Michael Froman.


(vovworld)- ວັນ​ທີ 17/7, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມປະ​ຈຳອາ​ເມ​ລິ​ກາ ຝ້າມກວາງວິງ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ປະ​ຈຳ​ປີຄັ້ງ​ທີ 48 ຂອງ​ສະ​ພາ​ສະ​ມາ​ຊິກ​ຄະ​ນະ​ກຳ​ມະ​ການ​ດ່ວນ​ອາ​ເມ​ລິ​ກາ. ກ່າ​ວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມປະ​ຈຳອາ​ເມ​ລິ​ກາ ຝ້າມກວາງວິງ ໄດ້​ຊີ້​ໃຫ້​ເຫັນ​ແຈ້ງ​ການ​ພັດ​ທະ​ນາ​ຂອງ​ສາຍ​ພົວ​ພັນ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ, ພິ​ເສດ​ແມ່ນ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ-ການ​ຄ້າ 2 ຝ່າຍ, ກໍ​ຄື​ກ່ຽວ​ກັບ​ແງ່​ຫວັງ ແລະ ຄວາມ​ໝາຍ​ຂອງ​ສັນ​ຍາ TPP ທີ່​ມີ​ຕໍ່​ຫວຽດ​ນາມ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມປະ​ຈຳອາ​ເມ​ລິ​ກາ ຝ້າມກວາງວິງ ຢືນ​ຢັນ​ວ່າ ຫວຽດ​ນາມ​ໄດ້ ແລະ ຈະ​ພ້ອມ​ກັບ​ບັນ​ດາ​ປະ​ເທດ​ຈະ​ພະ​ຍາ​ຍາມ​ສຳ​ເລັດການ​ເຈ​ລະ​ຈາ​ສັນ​ຍາ TPP ໂດຍ​ໄວ ແລະ ໝັ້ນ​ໝາຍ​ຈະ​ຜັນ​ຂະ​ຫຍາຍ​ສັນ​ຍານີ້​ຢ່າງ​ເຂັ້ມ​ງວດ​ພາຍຫຼັງ​ທີ່​ທຸກໆ​ຝ່າຍ​ຮັບ​ຮອງ​ເອົ​າ .
ຂ່າວ/ບົດ​ອື່ນ