ຄະນະກຳມະການກວດກາລັດຖະບານຫວຽດນາມ
ເຮັດວຽກກັບຄະນະຜູ້ແທນຂັ້ນສູງ NACC
(ພາບ: thanhtra.com.vn)
(vovworld) - ວັນທີ 05 ສິງຫາ, ຢູ່ຮ່າໂນ້ຍ, ຄະນະກຳມະການກວດກາລັດຖະບານຫວຽດນາມ ໄດ້ມີການເຮັດວຽກກັບຄະນະຜູ້ແທນຂັ້ນສູງຄະນະກຳມະການປ້ອງກັນ, ຕ້ານໄພສໍ້ລາດບັງຫຼວງໄທ (NACC) ໂດຍທ່ານປະທານ NACC ປານເທບ ກາໂຣງຣານ ນຳໜ້າ. ທ່ານຫົວໜ້າຄະນະກຳມະການກວດກາລັດຖະບານຫວຽດນາມ ຮີງຟອງແຈງ ປາດຖະໜາວ່າ ໃນໄລຍະຈະມາເຖິງຄະນະກຳມະການກວດການລັດຖະບານຫວຽດນາມ ແລະ ຄະນະກຳມະການປ້ອງກັນ, ຕ້ານໄພສໍ້ລາດບັງຫຼວງໄທ ຈະຜັນຂະຫຍາຍວຽກງານປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງ 2 ຝ່າຍໃຫ້ດີກວ່າ, ສົມກັບການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ. ທ່ານປະທານ ປານເທບ ກາໂຣງຣານ ຫວັງວ່າ 2 ຝ່າຍຈະເພີ່ມທະວີການແລກປ່ຽນບົດຮຽນກ່ຽວກັບການແຈ້ງຊັບຊົມບັດລາຍຮັບຂອງພະນັກງານ, ພາລະກອນ. NACC ຈະເຮັດວຽກຢູ່ຫວຽດນາມ ແຕ່ວັນທີ 04 – 10 ສິງຫາ.