ພິທີມອບຮັບໝາກຜົນໄລຍະ 1 ຂອງ “ໂຄງການຟື້ນຟູ ແລະ ສ້າງສຳເລັດລະບົບຄວາມສູງແຫ່ງຊາດກຳປູເຈຍ“
(ພາບ: vnn.vn)
|
(vovworld) - ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ປະຈຳ ກຳປູເຈຍ ໃຫ້ຂ່າວວ່າ, ຕອນບ່າຍວັນທີ 6/3, ຢູ່ນະຄອນຫຼວງ ພະນົມເປັນ, ປະເທດກຳປູເຈຍ, ໄດ້ດຳເນີນພິທີມອບຮັບໝາກຜົນໄລຍະ 1 ຂອງ “ໂຄງການຟື້ນຟູ ແລະ ສ້າງສຳເລັດລະບົບຄວາມສູງແຫ່ງຊາດກຳປູເຈຍ“, ໂດຍກົມວັດແທກ ແລະ ແຜນທີ່ ສັງກັດກະຊວງຊັບພະຍາກອນ - ສິ່ງແວດລ້ອມຫວຽດນາມ ແລະ ກະຊວງຄຸ້ມຄອງທີ່ດິນ, ວາງແຜນຜັງຕົວເມືອງ ແລະ ກໍ່ສ້າງລາຊະອານາຈັກກຳປູເຈຍ ສົມທົບກັນປະຕິບັດ. ໂຄງການໂດຍລັດຖະບານຫວຽດນາມ ໜູນຊ່ວຍດ້ານການເງິນເຊິ່ງໄດ້ຮັບການຕີລາຄາວ່າແມ່ນພື້ນຖານຂໍ້ມູນສຳຄັນທີ່ຊ່ວຍໃຫ້ລັດຖະບານ ກຳປູເຈຍ ຄຸ້ມຄອງແຫຼ່ງຊັບພະຍາກອນທີ່ດິນ, ວາງແຜນຜັງຕົວເມືອງ, ກໍ່ສ້າງບັນດາກິດຈະກຳໃຫຍ່, ລະບົບຊົນລະປະທານ, ພື້ນຖານໂຄງລ່າງຄົມມະນາຄົມ. ໂຄງການໄດ້ຮັບການຜັນຂະຫຍາຍນັບແຕ່ປີ 2006 ແລະ ຮອດ ເດືອນ 3/2009, ໂຄງການໄດ້ຮັບການປະຕິບັດຢ່າງເປັນທາງການ ແລະ ແບ່ງເປັນ 2 ໄລຍະ. ທ່ານ ຫງວຽນຕັວນຮູ່ງ, ຫົວໜ້າກົມວັດແທກ ແລະ ແຜນທີ່ຫວຽດນາມ ໃຫ້ຮູ້ວ່າ:
“ຫວຽດນາມ ຊ່ວຍກຳປູເຈຍ ກໍ່ສ້າງລະບົບ ຄວາມສູງ ແມ່ນເພື່ອຊ່ວຍຈຳປູເຈຍ ຢັ້ງຢືນຄືນຄວາມສູງສະເລ່ຍຂອງພື້ນທີ່ ກຳປູເຈຍ ເມື່ອທຽບກັບລະດັບໜ້ານ້ຳທະເລ. ໂຄງການຟື້ນຟູ ແລະ ສ້າງສຳເລັດລະບົບຄວາມສູງຂອງກຳປູເຈຍ ສະແດງໃຫ້ເຫັນສາຍພົວພັນສາມັກຄີມິດຕະພາບ ການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ ແລະ ກຳປູເຈຍ”
ກ່າວຄຳເຫັນທີ່ພິທີມອບສົ່ງ, ທ່ານ Im Chhun Lim, ລັດຖະມົນຕີກະຊວງຄຸມຄອງທີ່ດິນ, ວາງແຜນຜັງຕົວເມືອງ ແລະ ກໍ່ສ້າງກຳປູເຈຍ, ຢືນຢັນວ່າ: ເລື່ອງສ້າງສຳເລັດລະບົບຄວາມສູງ ແລະ ຈຸດພິກັດຈະຮັບປະກັນໃຫ້ແກ່ວຽກງານແຕ້ມແຜນທີ່, ວາງແຜນລະບົບພື້ນຖານໂຄງລ່າງ ຢ່າງຊັດເຈນ, ແລະ ພິເສດແມ່ນລະບົບຊົນລະປະທານທີ່ມີຕໍ່ປະເທດອຸດສາຫະກຳພວມຮັບຜົນສະທ້ອນທີ່ຫຍໍ້ທໍ້ຈາກການປ່ຽນແປງຂອງດິນຟ້າອາກາດຄື ກຳປູເຈຍ.