ຫວຽດ​ນາມກວດ​ພົບມີ​ຜູ້​ຕິ​ດ​ເຊື້ອໄວ​ຣັດ SARS-CoV-2 ຕື່ມ​ອີກ 5 ຄົນ

(VOVWORLD) -ຕອນຄ່ຳວັນທີ 17 ມີນາ, ກະຊວງສາທາລະນະສຸກຫວຽດນາມ ໄດ້ກວດພົບມີຜູ້ຕິດເຊື້ອໄວຣັດ SARS-CoV-2 ຕື່ມອີກ 5 ຄົນ, ຍົກຈຳນວນຜູ້ຕິດໂລກລະບາດ Covid – 19 ຂຶ້ນເປັນ 66 ຄົນຢູ່ ຫວຽດນາມ
ຫວຽດ​ນາມກວດ​ພົບມີ​ຜູ້​ຕິ​ດ​ເຊື້ອໄວ​ຣັດ SARS-CoV-2 ຕື່ມ​ອີກ 5 ຄົນ - ảnh 1

ຕອນຄ່ຳວັນທີ 17 ມີນາ, ກະຊວງສາທາລະນະສຸກຫວຽດນາມ ໄດ້ກວດພົບມີຜູ້ຕິດເຊື້ອໄວຣັດ SARS-CoV-2 ຕື່ມອີກ 5 ຄົນ, ໃນນັ້ນມີ 4 ຄົນແມ່ນມາຈາກຕ່າງປະເທດ ແລະ ມີ ຄົນໜຶ່ງແມ່ນຕິດເຊື້ອຢູ່ພາຍໃນປະເທດ, ຍົກຈຳນວນຜູ້ຕິດໂລກລະບາດ Covid – 19 ຂຶ້ນເປັນ 66 ຄົນຢູ່ ຫວຽດນາມ. ບັນດາຄົນເຈັບດັ່ງກ່າວໄດ້ກວດພົບຢູ່ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ.

ປັດຈຸບັນ, ບັນດາຄົນເຈັບດັ່ງກ່າວໄດ້ແຍກຕົວຢູ່ຕ່າງຫາກ ແລະ ມີສຸຂະພາບແຂງແຮງດີເປັນປົກກະຕິ, ຍັງບໍ່ມີອາການເປັນໄຂ້, ໄອ, ຫາຍໃຈຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ