(vovworld)- ຫນັງສືພິມລາຍວັນ Resumen Latinoamericano ຂອງ ອັກຊັງຕີນ ສະບັບອອກວັນທີ 1/2 ໄດ້ລົງພິມບົດຂຽນຕີລາຄາຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ. ພາຍໃຕ້ຫົວຂໍ້ ວ່າ: “ສາມັກຄີ, ເປັນລະບຽບ ແລະ ປ່ຽນແປງໃຫມ່, ສາມປະຖົມປັດໄຈພື້ນຖານຂອງບັນດານັກກອມມູນິດຫວຽດນາມ”, ບົດຂຽນຂອງນັກຂ່າວ Carlos Aznarez, ບັນນາທິການໃຫຍ່ຫນັງສືພິມດັ່ງກ່າວ ໄດ້ເນັ້ນຫນັກວ່າ: ຫວຽດນາມ ໄດ້ກາຍເປັນແບບຢ່າງດີເດັ່ນກ່ຽວກັບການພັດທະນາຢູ່ພາກພື້ນ ແລະ ບໍ່ມີສິ່ງໃດສາມາດປ່ຽນແປງຄວາມຈິງກ່ຽວກັບບັນດາຜົນງານແຫ່ງການພັດທະນາຢູ່ຫວຽດນາມໃນຫລາຍທົດສະວັດມໍ່ໆມານີ້ ພາຍໃຕ້ການຊີ້ນຳນຳພາອັນສະຫລາດສ່ອງໃສຂອງພັກກອມມູນິດຫວຽດນາມ. ລຸ້ນຫນຸ່ມຫວຽດນາມ ປະຈຸບັນ ຍັງມີນ້ຳໃຈຮັກຊາດ ແລະ ເຂົ້າເປັນສະມາຊິກພັກດ້ວຍຈິດໃຈສ້າງສັນເພື່ອການພັດທະນາຂອງປະເທດຊາດ. ບົດຫນັງສືພິມ ໃຫ້ຂໍ້ສັງເກດວ່າ: ຜູ້ແທນແຕ່ລະຄົນທີ່ເຂົ້າຮ່ວມກອງປະຊຸມ ລ້ວນແຕ່ມີສະຕິໄດ້ວ່າແມ່ນຕົວແທນໃຫ້ປະຊາຊົນນັບພັນໆຄົນເພື່ອປະກອບຄຳເຫັນທີ່ກອງປະຊຸມ ແລະ ນ້ຳໃຈຮັກຊາດຂອງເຂົາເຈົ້າຈະປະກອບສ່ວນເຮັດໃຫ້ແບບຢ່າງຂອງປະທານໂຮ່ຈິມີນ ເຍືອງທາງໃຫ້ອະນາຄົດຂອງຊາດຫວຽດນາມ.