ຫວຽດນາມ-ກຳປູເຈຍເປັນເອກະພາບກັນສ້າງບັນດາຂໍ້ກຳນົດນິຕິກຳກ່ຽວກັບການຄຸ້ມຄອງ,ນຳໃຊ້ແຫຼ່ງຊັບພະຍາກອນນ້ຳລວມ

ຫວຽດນາມ-ກຳປູເຈຍເປັນເອກະພາບກັນສ້າງບັນດາຂໍ້ກຳນົດນິຕິກຳກ່ຽວກັບການຄຸ້ມຄອງ,ນຳໃຊ້ແຫຼ່ງຊັບພະຍາກອນນ້ຳລວມ - ảnh 1
ແມ່ນ້ຳ ເຫົ້້າ
(ພາບປະກອບຈາກ Duy Khương/TTXVN)

(vovworld) – ວາລະ​ປະຊຸມ​ຄັ້ງ​ທີ 10 ລະຫວ່າງ​ຄະນະ​ກຳມະການ​ແມ່​ນ້ຳຂອງ​ແຫ່ງ​ຊາດ ກຳປູ​ເຈຍ, ກະຊວງ​ຊັບພະຍາກອນ​ນ້ຳ ​ແລະ ອຸຕຸນິຍົມ ອຸ​ທົກ​ກະ​ສາດ ກຳປູ​ເຈຍ ກັບ​ກຸ່ມ​ປະຕິບັດ​ງານ​ລວມ ຫວຽດນາມ - ກຳປູ​ເຈຍ, ກ່ຽວ​ກັບ​ຮ່າງ​ຂໍ້​ກຳນົດ​ຄຸ້ມ​ຄອງ, ນຳ​ໃຊ້​ແຫຼ່ງຊັບ​ພະຍາກອນ​ນ້ຳ​ລຽບ​ຕາມ​ຊາຍ​ແດນ 2 ປະ​ເທດ ​ໄດ້​ໄຂ​ຂຶ້ນ​​ໃນ​ວັນ​ທີ 14/6, ຢູ່​ນະຄອນ Siem Reap, ປະ​ເທດ ກຳ​ປູ​ເຈຍ. ກ່າວ​ຄຳ​ເຫັນ​ທີ່​ວາລະ​ປະຊຸມ, ທ່ານປະລິຍາ​ເອກ ​ເລ​ດຶກ​ຈູງ, ຫົວໜ້າ​ຫ້ອງ​ການ​ຜູ້ປະຈຳການ​ຄະນະ​ກຳມະການ​ແມ່​ນຳ້ຂອງ ຫວຽດນາມ, ຫົວໜ້າ​ກຸ່ມ​ປະຕິບັດ​ງານ​ລວມ ຫວຽດນາມ - ກຳປູ​ເຈຍ, ​ເນັ້ນ​ໜັກ​ວ່າບັນດາ​ຄວາມ​ມານ​ະພະຍາຍາມ​ຂອງ​ກຸ່ມ​ປະຕິບັດ​ງານ​ຈະ​ປະກອບສ່ວນ​ຢ່າງຕັ້ງໜ້າ​ເຂົ້າ​ໃນ​ການ​ກະກຽມ​ກໍ່ສ້າງ​ບັນດາ​ຂໍ້​ກຳນົດ​ນິຕິ​ກຳ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ, ນຳ​ໃຊ້​ແຫຼ່ງຊັບພະຍາກອນ​ນ້ຳ​ລວມລະຫວ່າງ 2 ປະ​ເທດ. ບົນ​ພື້ນຖານ​ບັນດາ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ໃນ​ວາລະ​ປະຊຸມ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ 2 ປະ​ເທດ​ເມື່ອ​ເດືອນ 2 ຜ່ານ​ມາ, ວາລະ​ປະຊຸມ​ຄັ້ງ​ນີ້​ປຶກສາ​ຫາລື, ​ເພີ່ມ​ເຕີມ​ບັນດາ​ບັນ​ຫາ​ຄຸ້ມ​ຄອງ​ ​ແລະ ນຳ​ໃຊ້ແຫຼ່ງຊັບພະຍາກອນນ້ຳ​ໃຫ້​ເໝາະ​ສົມ​ກັບ​ບັນດາ​ຫຼັກການ​ຂອງ​ສັນຍາ​ຮ່ວມ​ມື​ພັດທະນາ​ເຂດ​ລຸ່ມ​ແມ່​ນ້ຳຂອງ​ແບບ​ຍືນ​ຍົງ ​ແລະ ຮັບປະກັນ​ສິດຜົນປະ​ໂຫຍ​ດລວມຂອງ​ປະຊາຊົນ 2 ປະ​ເທດ. ໝາກຜົນ​ຂອງ​ວາລະ​ປະຊຸມ​ຈະ​ຍື່ນ​ສະ​ເໜີ​ຕໍ່ຂັ້ນ​ເທິງ​ເພື່ອ​ອະນຸມັດ​ຜ່ານ​ເພີ່ມ​ເຕີມ​ເຂົ້າ​ໃນ​ວິວັດ​ການ​ສ້າງສັນ​ຍາ​ ​ຄຸ້ມ​ຄອງ,ນຳ​ໃຊ້​ແຫຼ່ງຊັບພະຍາກອນ​ນ້ຳ​ລວມຢູ່ລຽບ​ຕາມ​ຊາຍ​ແດນ 2 ປະ​ເທດ ຫວຽດນາມ ​ແລະ ກຳປູ​ເຈຍ.


ຂ່າວ/ບົດ​ອື່ນ