ຫວຽດນາມຈັດກຳປັ່ນກູ້ໄພກູ້ຊີບອອກໝູ່ເກາະຮ່ວາງຊາແມ່ນການເຄື່ອນໄຫວຖືກຕ້ອງຕາມກົດໝາຍ

ຫວຽດນາມຈັດກຳປັ່ນກູ້ໄພກູ້ຊີບອອກໝູ່ເກາະຮ່ວາງຊາແມ່ນການເຄື່ອນໄຫວຖືກຕ້ອງຕາມກົດໝາຍ - ảnh 1
(ຮອງ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ທ່ານ​ນາງ ຟ້າ​ມທູ​ຮັ່ງ)

(vovworld) - ​ທີ່​ການ​ປະຊຸມ​ຂ່າວ​ນັດ​ສາມັນ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ​ ​ໃນວັນ​ທີ 4/6, ຢູ່​ຮ່າ​ໂນ້ຍ. ​ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ທັດສະນະ​ຂອງ​ຫວຽດນາມ​ ຕໍ່​ກໍລະນີກຳ​ປັ່ນກູ້​ໄພ​ກູ້​ຊີບຂອງ​ຫວຽດນາມ​ ກູ້​ຊ່ວຍ​ຊາວ​ປະມົງ​ປະສົບ​ເຄາະ​ຮ້າຍ​​ໃນ​ຂະນະໄປ​ຜ່ານ​ເກາະ ຈີ​ໂຕນ ​ຂຶ້ນ​ກັບ​ໝູ່​ເກາະ​ຮ່ວາງ​ຊາ, ຖືກ​ກຳ່​ປັ່ນ​ຂອງ​ກອງທັບ​ເຮືອ​ຈີນ​ ກີດຂວາງ​ນັ້ນ. ຮອງ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ທ່ານ​ນາງ ຟ້າ​ມທູ​ຮັ່ງ, ​ໃຫ້​ຮູ້​ວ່າ:

        “ປະຈຸ​ບັນ ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ພວມກວດກາຂໍ້​ມູນ​ນີ້. ຫວຽດນາມ​ ຢືນຢັນ​ອີກ​ເທື່ອ​ໜຶ່ງ​ອະທິປະ​ໄຕ​ທີ່​ບໍ່​ອາດ​ໂຕ້​ຖຽງ​ກັນ​ໄດ້​ສຳລັບ​ໝູ່​ເກາະ​ຮ່ວາງ​ຊາ. ​ເລື່ອງຫວຽດນາມ ຈັດ​ກຳ​ປັ່ນກູ້​ໄພ​ກູ້​ຊີບ​ອອກ​ໝູ່​ເກາະ​ຮ່ວາງ​ຊາ​ ແມ່ນ​ການ​ເຄື່ອນ​ໄຫວ​ເປັນ​ປົກກະຕິ, ​ຖືກຕ້ອງ​ຕາມ​ກົດໝາຍຫວຽດນາມ ​ແລະ ກົດໝາຍ​ສາກົນ, ພິ​ເສດ​ແມ່ນ​ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ ກ່ຽວ​ກັບ​ກົດໝາຍ​ວາ​ດ້ວຍ​ທະ​ເລ​ປີ 1982“.

        ​ແລະ​ກໍ່​ຢູ່​ທີ່​ການ​ປະຊຸມ​ຂ່າວ, ຮອງ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ທ່ານ​ນາງ ຟ້າ​ມທູ​ຮັ່ງ, ​ໃຫ້​ຮູ້​ວ່າ: ລັດຖະບານ ​ແລະ ປະຊາຊົນ​ຫວຽດນາມ ຂໍ​ແບ່ງ​ເບົາ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຢ່າງ​ເລິກ​ເຊິ່ງ​ເຖິງ​ລັດຖະບານ ​ແລະ ປະຊາຊົນ​ຈີນ ກໍ່​ຄື​ຄອບຄົວ​ຂອງ​ຜູ້​ປະສົບ​ເຄາະ​ຮ້າຍ​ໃນ​ກໍລະນີ​ກຳ່​ປັ່ນ​ຈົມ​ນຳ້​ເມື່ອ​ວັນ​ທີ 1/6 ຜ່ານ​ມາ, ​ເຮັດ​ໃຫ້​ປະຊາຊົນ​ຫຼາຍ​ຄົນ​ຖືກ​ຫາຍ​ສາບ​ສູນ ​ແລະ ຮັບ​ບາດ​ເຈັບ

 

        ກ່ຽວ​ກັບ​ການ​ຢ້ຽມຢາມ​ຫວຽດນາມ ​ຂອງ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ Ashton Carter ຫວ່າງ​ແລ້ວ​ນີ້. ຮອງ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໃຫ້​ຮູ້​ວ່າ, ການ​ຢ້ຽມຢາມ​ນີ້ ​ໄດ້​ເປີດ​ບັນດາ​ເນື້ອ​ໃນ​ຮ່ວມ​ມື​ສຳຄັນ ​ເພື່ອ​ແນ​ໃສ່​ເຮັດ​ໃຫ້ການ​ພົວພັນ​ດ້ານ​ປ້ອງ​ກັນຊາ​ດລະຫວ່າງ​ຫວຽດນາມ - ອາ​ເມ​ລິ​ກາ ພັດທະນາ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ນັບ​ມື້​ນັບ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ກວ່າ.

ຂ່າວ/ບົດ​ອື່ນ