ຫວຽດນາມ-ຈີນຮັກສາມູນເຊື້ອມິດຕະພາບອັນດີງາມ

(VOVWORLD) -ວັນທີ 16 ມັງກອນ, ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີຊວດ 2020 ແລະ ສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ-ຈີນ ( ວັນທີ 18ມັງກອນ1950 - ວັນທີ 18 ມັງກອນປີ 2020 ) , ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜີງ ໄດ້ມີການເຈລະຈາທາງໂທລະສັບ.
ຫວຽດນາມ-ຈີນຮັກສາມູນເຊື້ອມິດຕະພາບອັນດີງາມ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜີງ 

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ໄດ້ຊົມເຊີຍພັກ, ລັດຖະບານ ແລະ ປະຊາຊົນຈີນ ກ່ຽວກັບບັນດາຜົນງານໃນການສ້າງສາ ແລະ ພັດທະນາປະເທດຊາດ ແລະ ລົງເລິກໃນການປະຕິຮູບເປີດປະຕູໃນໄລຍະທີ່ຜ່ານມາ. ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ຍັງອວຍພອນປະຊາຊົນຈີນ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີຊວດ 2020. ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ໄດ້ຢືນຢັນເຖິງສາຍພົວພັນມິດຕະພາບ ແລະ ການຮ່ວມມືຍຸດທະສາດຮອບດ້ານ ແມ່ນສອດຄ່ອງກັບຄວາມມຸ່ງຫວັງຂອງ ແລະ ຜົນປະໂຫຍດພື້ນຖານຂອງປະຊາຊົນ 2 ປະເທດ. ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ຖືວ່າ 2 ຝ່າຍຄວນຮັກສາມູນເຊື້ອມິດຕະພາບອັນດີງາມ ເພີ່ມທະວີການພົວພັນແລກປ່ຽນປະຊາຊົນ, ສ້າງພື້ນຖານສັງຄົມໃຫ້ໝັ້ນຄົງໜັກແໜ້ນໃຫ້ແກ່ການພົວພັນ 2 ຝ່າຍ, ຍຶດໝັ້ນມາດຕະການແກ້ໄຂໂດຍສັນຕິວິທີສຳລັບບັນດາບັນຫາທີ່ຍັງຄົງຄ້າງໃນສາຍພົວພັນລະຫວ່າງ 2 ປະເທດ ບົນພື້ນຖານຄວາມຮັບຮູ້ລວມຂອງການນຳຂັ້ນສູງ 2 ປະເທດດ ສອດຄ່ອງກັບກົດໝາຍສາກົນ.

    ສ່ວນ ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜີງ ໄດ້ອວຍພອນປະຊາຊົນຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີຊວດ 2020,   ຊົມເຊີຍບັນດາຜົນງານທີ່ຍິ່ງໃຫຍ່ທີ່ປະຊາຊົນຫວຽດນາມບັນລຸໄດ້ ໃນໄລຍະທີ່ຜ່ານມາ. ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜີງ ຢືນຢັນວ່າ ພັກ, ລັດຖະບານ ແລະ ປະຊາຊົນຈີນ ຖືເປັນສຳຄັນສາຍພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບທີ່ເປັນມູນເຊື້ອກັບຫວຽດນາມ ພ້ອມແລ້ວຈະຮ່ວມກັບ ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃນທາງດ້ານການເມືອງ, ຊຸກຍູ້ການຮ່ວມມືຢ່າງມີປະສິດທິຜົນໃນບັນດາຂົງເຂດ ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ ປະຊາຊົນ 2 ປະເທດ. ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜີງ ຢືນຢັນວ່າ ຈີນຕັ້ງໜ້າສະໜັບສະໜູນຫວຽດນາມ ເຮັດສຳເລັດໜ້າທີ່ ເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສ.ປ.ຊ ອາຍຸການ 2020-2021 ແລະ ເປັນປະທານໝູນວຽນອາຊຽນປີ 2020 .

ຕອບກັບ

ຂ່າວ/ບົດ​ອື່ນ