ຫວຽດນາມຈະກາຍເປັນປະເທດຜະລິດກະສິກຳຫຼັກແຫຼ່ງຢູ່ອາຊີຕາເວັນອອກສ່ຽງໃຕ້

ຫວຽດນາມຈະກາຍເປັນປະເທດຜະລິດກະສິກຳຫຼັກແຫຼ່ງຢູ່ອາຊີຕາເວັນອອກສ່ຽງໃຕ້ - ảnh 1
(ພາບ​ປະ​ກອບ)

(vovworld) - ໃນ​ການ​ແລກ​ປ່ຽນ​ຫວ່າງ​ແລ້ວນີ້, ທີ່​ສະ​ຫງວນ​ໃຫ້​ນັກ​ຂ່າວ​ສຳ​ນັກ​ຂ່າວ​ສານ​ຫວຽດ​ນາມ ປະ​ຈຳ​ລາ​ຊະ​ອາ​ນາ​ຈັກ​​ອັງ​ກິດ, ​ສາດ​ສະ​ດາ​ຈານ A.Terry, ຫົວ​ໜ້າ​ໂຄງ​ການ​ຄົ້ນ​ຄວ້າ​ຜະ​ລິດ​ຕະ​ພັນ​ກະ​ເສດ, ສັງ​ກັດ​ມະ​ຫາ​ວິ​ທະ​ຍາ​ໄລ Cranfield (ອັງ​ກິດ) ໃຫ້​ຂໍ້​ສັງ​ເກດ​ວ່າ, ຫວຽດ​ນາມ ຈະ​ກາຍ​ເປັນ​ປະ​ເທດ​ຫຼ​ັ​ກ​ແຫຼ່ງ​ໃນ​ຂົງ​ເຂດ​ຜະ​ລິດ​ກະ​ສິ​ກຳ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ດ້ວຍ​​ຫຼາຍ​ຜະ​ລິ​ດ​ຕະ​ພັນ​ທີ່​ມີ​ຄຸນ​ນະ​ພາບ​ສູງ. ຫວຽດ​ນາມ​ ບໍ່​ພຽງ​ແຕ່​ປູກ​ຝັງ ແລະ ສົ່ງ​ອອກ​ບັນ​ດາ​ສິນ​ຄ້າ​ທີ່​ເປັນ​ມູ​ນ​ເຊື້ອ​ຄື: ເຂົ້າ​ສານ, ໝາກພິກ​ໄທ, ກາ​ເ​ຟ… ເທົ່​ານັ້ນ, ຫາກ​ຍັງ​ຫັນ​ບັນ​ດາ​​ສິນ​ຄ້າຜະ​ລ​ິດ​ຕະ​ພັນ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ໃຫ້​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ ເພື່ອເຂົ້າ​ຮ່ວມ​ຕະ​ຫຼ​າດ​ຜະ​ລິດ​ຕະ​ພັນ​ກະ​ເສດ​ໃນ​ໂລກ​ອີກ​ດ້ວຍ.

      ສຳ​ລັບ​ວຽກ​ງານມອບ​ໂອນ​ເຕັກ​ໂນ​ໂລ​ຊີ​ຂອງ​ມະ​ຫາ​ວິ​ທ​ະ​ຍາ​ໄລ Cranfield, ທ່ານສາດ​ສະ​ດາ​ຈານ Terry ຖືຶ​ວ່າ, ມີ 3 ວິ​ທີ​ຕົ້ນ​ຕໍ​ເພື່ອ​ຊຸກ​ຍູ້​ວິ​ວັດ​ການມອບ​ໂອນ​ເຕັກ​ໂນ​ໂລ​ຊ​ີ​ລະ​ຫວ່າງ ມະ​ຫາ​ວິ​ທ​ະ​ຍາ​ໄລ Cranfield ແລະ ຊາວ​ກະ​ສິ​ກອນ​ຢູ່​ຫວຽດ​ນາມ ນັ້ນ​ແມ່ນ: ຜ່​ານ​ບັນ​ດາ​ນັກ​ສຶກ​ສາ ຫຼື ນັກ​ຄົ້ນ​ຄ້​ວາ​​ຫວຽດ​ນາມ ​ທີ່ພວມ​ຮ່ຳ​ຮຽນ​ຢູ່ມະ​ຫາ​ວິ​ທ​ະ​ຍາ​ໄລ Cranfield; ​ທີ່ 2 ແມ່ນຜ່ານ​ບັນ​ດາບໍ​ລິ​ສັດ​ນາໆ​ຊາດ ແລະ ​ທີ່ 3 ແມ່ນຜ່​ານ​ບັນ​ດາ​ກິດ​ຈະ​ກຳ​ຄົ້ນ​ຄວ້າ, ພິມ​ຈຳ​ໜ່າຍ ຫຼື ສ​ື່ສານ.

ຂ່າວ/ບົດ​ອື່ນ