ຫວຽດນາມຈະປັບໄຫມລົງໂທດຢ່າງເຂັ້ມງວດຖ້າຫາກຄົ້ນພົບເຈົ້າຫນ້າທີ່ຂອງຫວຽດນາມຮັບສິນບົນຈາກບໍລິສັດອາເມລິກາ

ຫວຽດນາມຈະປັບໄຫມລົງໂທດຢ່າງເຂັ້ມງວດຖ້າຫາກຄົ້ນພົບເຈົ້າຫນ້າທີ່ຂອງຫວຽດນາມຮັບສິນບົນຈາກບໍລິສັດອາເມລິກາ - ảnh 1
ທ່ານ​ນາງ ຟ້າມ​ທິ​ທູ​ຮັ່ງ, ​ຮອງໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ
ພາບ:alobacsy.com

(vovworld)-​​​ທີ່​ການ​ປະ​ຊຸມ​ຂ​່າວ​ປະ​ຈຳ​ເດືອນ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ​ດຳ​ເນີນ​ໄປ​ໃນ​ຕອນ​ບ່າຍ​ວັນ​ທີ 6/11 ຢູ່ ຮ່າ​ໂນ້ຍ, ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ຂ້ອງ​ເຖິງ​ຂ່າວ​ຄາວ​ກ່ຽວ​ກັບ ບໍ​ລິ​ສັດ Bio Rat Inc ຂອງ​ອາ​ເມ​ລິ​ກາ ຖືກ​ກ່າວ​ຫາ​ໄດ້​ໃຫ້​ສິນ​ບົນ​ຈຳ​ນ​ວນ​ເງິນ 2,2 ລ້ານ USD ໃຫ້​ແກ່​ເຈົ້າ​ຫນ້າ​ທີ່​ຫວຽດ​ນາມ ໃນ​ຫລາຍ​ປີ​ຜ່ານ​ມາ ເພື່ອ​ຍາດ​ເອົາ​ສັນ​ຍາ​ການ​ຄ້າ. ທ່ານ​ນາງ ຟ້າມ​ທິ​ທູ​ຮັ່ງ, ​ຮອງໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຢືນ​ຢັນ ຈະ​ປັບ​ໄຫມ​ລົງ​ໂທດ​ຢ່າງ​ເຂັ້ມ​ງວດ​ຖ້າ​ຄົ້ນ​ພົບ​ ​ການ​ຜິດ​ພາດ.

        “ພ​າຍ​ຫລັງ​ໄດ້​ຮັບ​ຂ່າວ​ຄາວ​ກ່ຽວ​ກັບ​ກໍ​ລະ​ນີ​ດັ່ງ​ກ່າວ, ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ​ກ່ຽວ​ຂ​ອ້ງ​ຂອງ​ຫວຽດ​ນາມ ໄດ້​ຮີບ​ເຮັ່ງ​ຊອກ​ຮູ້​ຂໍ້​ມູນ​ຂ່າວ​ສານ ແລະ ຕັດ​ສິນ​ໃຈ​ປັບ​ໄຫມ​ລົງ​ໂທດ​ຢ່າງ​ເຂັ້ມ​ງວດ ຖ້າ​ພົບ​ເຫັນ​ກາ​ນ​ຜິດ​ພາດ. ທ່ານ​ນາງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຫວຽດ​ນາມ ໄດ້​ສົ່ງ​ຈົດ​ໝາຍ​ໃຫ້​ທ່ານ​ອັກ​ຄ​ະ​ລັດ​ຖະ​ທູດ ອາ​ເມ​ລິ​ກາ ປະ​ຈຳ​ຮ່າ​ໂນ້ຍ ເພື່ອ​ສະ​ເຫນີ​ຝ່າຍ ອາ​ເມ​ລິ​ກາ ພ້ອມ​ກັນ​ຮ່ວມ​ມື​ໃນ​ການ​ຊອກ​ຮູ້​ຂໍ​້​ມູນ​ຂ່າວ​ສານ​ກ່ຽວ​ກັບ​ກໍ​ລະ​ນີ​ດັ່ງ​ກ່າວ.”

ຂ່າວ/ບົດ​ອື່ນ