ຫວຽດນາມຈະສ້າງທຸກເງື່ອນໄຂສະດວກເພື່ອໃຫ້ເອກອັກຄະລັດຖະທູດຄົນໃໝ່ສຳເລັດໜ້າທີ່ການທູດ

ຫວຽດນາມຈະສ້າງທຸກເງື່ອນໄຂສະດວກເພື່ອໃຫ້ເອກອັກຄະລັດຖະທູດຄົນໃໝ່ສຳເລັດໜ້າທີ່ການທູດ - ảnh 1
ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ

Vovworld - ຫ​ວຽດ​ນາມ ​ຈະ​ສ້າງ​ທຸກ​ເງື່ອນ​ໄຂ​​ສະ​ດວກເພື່ອ​ໃຫ້​​ບັນ​ດາເອກ​ອັກ​ຄະ​ລັດ​ຖະ​ທູດ​ຄົນ​ໃໝ່​ປະ​ຕິ​ບັດ​ໜ້າ​ທີ່​ການ​ທູດ​ໃຫ້​ສຳ​ເລັດ​ - ທ່ານ​ປະ​ທານ​ປະ​ເທດ ເຈ​ືອງ​ເຕີນ​ຊາງ ຢັ້ງ​ຢືນ​ຄື​ແນວ​ນັ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 14/1, ທີ່​ພິ​ທີ​ຮັບ​ສານ​ຕາ​ຕັ້ງ​ຈາກ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຄູ​ເວດ ແລະ ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ພັນ​ເຢຍ​ລະ​ມັນ ມາ​ຮັບ​ໜ້າ​ທີ່​ການ​ທ​ູດ​ຢູ່ ຫວຽດ​ນາມ.

     
Vovworld - ເມື່ອ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຄູ​ເວດ ທ່ານ Adnan Abdullah Al – Ahmad ມາ​ຍື່ນ​ສານ​ຕາ​ຕັ້ງ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ​ຖື​ວ່າ: ໃນ​ຂົງ​ເຂດ​​ການຮ່ວມ​ມື​ລົງ​ທຶນ, ຫວຽດ​ນາມ ແລະ ຄູ​ເວດ​ຕ້ອງ​ຂຸດ​ຄົ້ນ​ທ່າ​ແຮງ​ຂອງ​ກັນ, ​ເຊິ່ງ​ສະ​ແ​ດງ​​ອອກ​ຜ່ານ​ຄວາມ​​ຄືບໜ້າ​ໃນ​ການ​ຜັນ​ຂະ​ຫຍາຍ​ໂຄງ​ການ​ກັ່ນ​ນ້ຳ​ມັນ ງີ​ເຊ​ີນ (ຢູ່​ແຂວງ ແທງ​ຮ໋​ວາ) ​​​ໃຫ້​ບັນ​ລຸ​ຜົນ​ສຳ​ເລັດໂດຍ​ໄວ. ເມື່ອ​ໂຄງ​ການ​ສຳ​ເລັດ​ຜົນ​ຈະ​ມີ​ວິ​ສາ​ຫະ​ກິດ ຫວຽດ​ນາມ ຫຼາຍ​ແຫ່ງ​ຮູ້​ຈັກ​ເຖິງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ຂອງ ຄູ​ເວດ ຕື່ມ​ອີກ. ຫວຽດ​ນາມ ຊົມ​ເຊີຍ​ບັນ​ດາ​ຂໍ​້​ສະ​ເໜີ​ຮ່ວມ​ມື​ຂອງ ຄູ​ເວດ ແລະ ເຊື່ອ​ໝັ້ນ​ວ່າຈາກ​ບັນ​ດາ​ຜົນ​ສ​ຳ​ເລັດ​ໃນ​ເບື້ອງ​ຕົ້ນ, ​ໄລ​ຍະ​ຈະ​ມາ​ເຖິງ, ວິ​ສາ​ຫະ​ກິດ 2 ປ​ະ​ເທດ​ຈະ​ຍູ້​ແຮງ​ການ​ພົວ​ພັນ​ໃຫ້​ສົມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ.

        ເມື່ອ​ຍື່ນ​ສານ​ຕາ​ຕັ້ງ​ຕໍ່​ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈືອງ​ເຕີນ​ຊາງ, ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ພັນ​ເຢຍ​ລະ​ມັນ Christian Berger ​ກໍ່ໄດ້​ເຕື້ອງ​ເຖິງ 5 ບັນ​ຫາ​ເຊິ່ງ ປະ​ທາ​ນາ​ທິ​ບໍ​ດີ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ລະ​ມັນ ເອົາ​ໃຈ​ໃສ່​ທີິ່​ສຸດ, ນັ້ນ​ແມ່ນ: ​ການກໍ່​ສ້າງ​ເພື່ອ​ນຳ​ມະ​ຫາ​ວິ​ທະ​ຍາ​ໄລ ຫວຽດ​ - ເຢຍ​ລະ​ມັນ ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ​​ແຖວ​ໜ້າ​ຂອງ​ໂລກ, ຝ່າຍ​ເຢຍ​ລະ​ມັນ​ສະ​ເໜີ​ໃຫ້ ຫວຽດ​ນາມ ຈັດ​ຕັ້ງ​ບັນ​ດາ​ລາຍ​ການ​ໂອ້​ລົມ​ສົນ​ທະ​ນາ​ກ່ຽວ​ກັບ​ການກໍ່​ສ້າງ​ລັດ​ແຫ່ງ​ອຳ​ນາດ​ນິ​ຕິ​ບັນ​ຍັດ​ໂດຍ​ໄວ, ສະ​ເໜີ​ໄດ້​ສະ​ໜອງ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ໂຄງ​ການ​ຮ່ວມ​ມື​ໃຫຍ່​ລະ​ຫວ່າງ ເຢຍ​ລະ​ມັນ ແລະ ຫວຽດ​ນາມ ກໍ​ຄື​ບັນ​ດາ​ໂຄງ​ການ​ລົງ​ທຶນ​ຂອງ ເຢຍ​ລະ​ມັນ ຢູ່ ຫວຽດ​ນາມ, ສະ​ເໜີ​ສ​້າງ​ຕັ້ງ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ສັງ​ລວ​ມ ຫວຽດ​ນາມ - ເຢຍ​ລະ​ມັນ, ຝ່າຍ ເຢຍ​ລະ​ມັນ ສະ​ເໜີ​ຮ່ວມ​ມື ກັບ ຫວຽດ​ນາມ ໃນ​ຂົງ​ເຂດກໍ່​ສ້າງວິ​ຊາ​ຊີບ. ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ຢັ້ງ​ ຢືນ​ພ​້ອມ​ແລ້ວ​ທີ່​ເຊັນ​ສັນ​ຍາ​ຂ​ັ້ນ​ລັດ​ຖະ​ບານ 2 ປະ​ເທດ ເພື່ອ​ຍູ້​ໄວ​ຄວາມ​ຄືບ​ໜ້າ ແລະ ແກ້​ໄຂ​ບັນ​ດາ​ບັນ​ຫາ​ຍັງ​ຄົງ​ຄ​້າງ.

ຕອບກັບ

ຂ່າວ/ບົດ​ອື່ນ