ຫວຽດນາມຍັງຄົງແມ່ນສະຖານທີ່ລົງທຶນທີ່ດູດດື່ມຂອງສິງຄະໂປ

ຫວຽດນາມຍັງຄົງແມ່ນສະຖານທີ່ລົງທຶນທີ່ດູດດື່ມຂອງສິງຄະໂປ - ảnh 1
ພາບປະກອບ

(vovworld) – ຕອນ​ບ່າຍ​ວັນ​ທີ 4/6, ຢູ່​ນະຄອນ​ໂຮ່ຈີ​ມິນ ​ໄດ້​ໄຂ​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ຫວຽດນາມ - ສິງ​ຄະ​ໂປ 2014. ທີ່​ເວທີ​ປາ​ໄສ, ບັນດາ​ວິ​ສາ​ຫະກິດ​ສິງ​ຄະ​ໂປ​ຕີ​ລາຄາ​ຫວຽດນາມ​ແມ່ນ​ສະຖານ​ທີ່​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ທີ່​ປອດ​ໄພ ​ແລະ ມີສະຖຽນ​ລະ​ພາບ, ​ແມ່ນ​ພື້ນຖານ​ເສດຖະກິດ​ພັດທະນາ​ຢ່າງ​ແຮງ… ນີ້​ແມ່ນ​​ແຫ່ງ​ໄດ້​ຮັບ​ບຸລິ​ມາ​ສິດ​​ໃນ​ການ​ລົງທຶນ​ຂອງ​ບັນດາ​ວິ​ສາ​ຫະກິດ​ສິງ​ຄະ​ໂປ. ປີ 2013, ວົງ​ເງິນ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ບັນລຸ 13 ຕຶ້ USD, ​ເພີ່ມ​ຂຶ້ນ​ເກືອບ 11% ​ເມື່ອ​ທຽບ​ໃສ່​ປີ 2012. ດຣ ດ່ວານ​ຢູຍ​ເຄືອງ, ຮອງ​ປະທານ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ, ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ໄດ້​ພົບ​ປະ​ກັບ​ເຈົ້າ​ໜ້າ​ທີ່​ຫຼາຍ​ທ່ານ ​ແລະ ບັນດາ​ວິ​ສາ​ຫະກິດ​ຢູ່​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ, ​ເຂົາ​ເຈົ້າ​ຢາກ​ສ້າງ​​ເຂດ​ອຸດສາຫະກຳ​ແບບຢ່າງ​ຢູ່​ທີ່​ນີ້ເພື່ອ​ຜະລິດ​ປຸງ​ແຕ່ງ​ສະ​ເພາະ​ສິນ​ໃນ​ນ້ຳ.​ເວທີ​ປາ​ໄສ​ແມ່ນ​ກາລະ​ໂອກາດ​ທີ່​ດີ​ເພື່ອ​ແລກປ່ຽນ​ຂໍ້​ມູນ​ກ່ຽວ​ກັບ​ບັນຫາ​ນີ້

ຂ່າວ/ບົດ​ອື່ນ