ຫວຽດນາມຍືນອັນດັບທີ3ຊົ່ວຄາວຢູ່ອາຊຽນປາຣາເກມ8

ຫວຽດນາມຍືນອັນດັບທີ3ຊົ່ວຄາວຢູ່ອາຊຽນປາຣາເກມ8 - ảnh 1
(ນັກກິລາແລ່ນແລະລານ ລ້າຍທິງ້ອກແອ໋ງ)

(vovworld) – ​ ​ ​ ຕອນ​ເຊົ້າ​ວັນ​ທີ 5/12, ບັນດາ​ນັກ​ກິລາຍົກ​ນ້ຳໜັກ ​ເລ​ວັນ​ກົງ ລຸ້ນນ້ຳ​ໜັກ 49 kg ​ແລະ ຫງວຽນ​ບິ່ງ​ອານ ລຸ້ນນ້ຳໜັກ 54 kg ຄ້ວາ​ໄດ້ 2 ຫຼຽນ​ຄຳ​​ໃນ​ການ​ແຂ່ງຂັນ​ຍົກ​ນ້ຳໜັກ​ທີ່ ອາ​ຊຽນ ປາຣາ​ເກມ 8 ພວມ​ດຳ​ເນີນ​ໄປ​ຢູ່​ປະ​ເທດ ສິງກະ​ໂປ. ​ຄື​ດັ່ງນັ້ນ​ແລ້ວ ​ເມື່ອ​ໄລ່​ມາຮອດປະຈຸ​ບັນ, ຄະນະ​ນັກ​ກິລາພິການ ຫວຽດນາມ ຄ້ວາ​ໄດ້ 14 ຫຼຽນ​ຄຳ, ຍືນ​ອັນ​ດັບ​ທີ 3 ຊົ່ວຄາວ​ໃນຕາຕະລາງ​ຈັດ​ອັນ​ດັບ​ການ​ແຂ່ງຂັນ​ກິລາ ອາ​ຊຽນ ປາຣາ​ເກ​ມ , ຖັດຈາກບັນດາ​ຄະນະ​ກິລາ ​ໄທ ​ແລະ ອິນ​ໂດ​ເນ​ເຊຍ

 

ຂ່າວ/ບົດ​ອື່ນ