68 ລ້ານ USD ໃຫ້ແກ່ການລົບລ້າງຄວາມອຶດຫີວ
ຫລຸດຜ່ອນຄວາມທຸກຍາກຢູ່ຫວຽດນາມ
(ພາບ:vietnamplus.vn)
( vovworld ) – ຕອນເຊົ້າວັນທີ 22/3, ຢູ່ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ຄະນະຂົນຂວາຍ “ວັນເພື່ອຄົນທຸກຍາກ“ ສູນກາງ ໄດ້ຈັດກອງປະຊຸມຜັນຂະຫຍາຍໜ້າທີ່ບັ້ນຂົນຂວາຍ “ວັນເພື່ອຄົນທຸກຍາກ“ ປີ 2012. ຕາມນັ້ນແລ້ວ, ປີ 2012, ຄະນະຂົນຂວາຍ “ວັນເພື່ອຄົນທຸກຍາກ“ ສູນກາງ ໄດ້ວາງອອກ 5 ໜ້າທີ່, ໃນນັ້ນມີໜ້າທີ່ຍູ້ແຮງວຽກງານໂຄສະນາ, ຍົກສູງຄວາມໝາຍ ແລະ ປະສິດທິຜົນຂອງບັ້ນຂົນຂວາຍ, ສືບຕໍ່ຂົນຂວາຍການສະໜັບສະໜູນ “ກອງທຶນເພື່ອຄົນທຸກຍາກ“ ແລະ ຂົນຂວາຍແຫຼ່ງກຳລັງຮັບປະກັນຊີວິດສັງຄົມ, ປະຕິບັດເດືອນຈຸດສຸມ “ເພື່ອຄົນທຸກຍາກ“…..ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ Huynh Dam ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຊີ້ແຈ້ງວ່າ: “ເມື່ອໃດພວກເຮົາບັນລຸຈຸດໝາຍລົບລ້າງຄວາມອຶດຫີວ ຫລຸດຜ່ອນຄວາມທຸກຍາກ ແລະ ຮັບປະກັນຊີວິດສັງຄົມໄດ້, ເວລານັ້ນປະເທດຊາດຈຶ່ງມີການພັດທະນາແບບຍືນຍົງ. ພວກເຮົາສຸມທຸກແຫຼ່ງກຳລັງ ເພື່ອຊ່ວຍເຫຼືອຄອບຄົວທຸກຍາກ 3 ລ້ານຄອບຄົວ, ສ້າງການຫັນປ່ຽນ, ຄວາມຮັບຜິດຊອບຂອງທັງລະບົບການເມືອງ. ພ້ອມກັນນັ້ນແມ່ນການຂົນຂວາຍບັນດາແຫຼ່ງກຳລັງເພື່ອເອົາໃຈໃສ່ເບິ່ງແຍງໃຫ້ແກ່ຄົນທຸກຍາກ, ໜູນຊ່ວຍການຮ່ຳຮຽນ ແລະ ປິ່ນປົວພະຍາດໃຫ້ແກ່ຄົນທຸກຍາກ“
ປີ 2011, ບັ້ນຂົນຂວາຍ “ວັນເພື່ອຄົນທຸກຍາກ“ ໄດ້ຂົນຂວາຍບັນດາກຸ່ມເສດຖະກິດ, ບໍລິສັດໃຫ່ຍ, ບັນດາອົງການຈັດຕັ້ງສາກົນ ແລະ ອົງການບໍ່ຂຶ້ນກັບລັດຖະບານ ສະໜັບສະໜູນບັນດາແຫຼ່ງກຳລັງໃຫ້ແກ່ຄົນທຸກຍາກ, ປະກອບສ່ວນປົວແປງຊີວິດການເປັນຢູ່ຂອງປະຊາຊົນຢູ່ບັນດາເມືອງທຸກຍາກຂອງຫວຽດນາມ.