ຫວຽດນາມຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບສປຊ

ຫວຽດນາມຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບສປຊ - ảnh 1
ພົນ​ໂທ ຫງວຽນ​ຈິ໋ວິ້ງ
(ພາບ​ປະ​ກອບ)


(vovworld) –​ ຫວຽດ​ນາມ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບສະ​ຫະ​ປະ​ຊາ​ຊາດ (​ສ​ປ​ຊ), ນີ້​ແມ່ນ​ຄຳ​ເຫັນ​ເປັນ​ທີ່ເອ​ກະ​ພາບ​ຂອງ​ບັນ​ດາ​ຜູ້​ແທນ ທີ່ກອງ​ປ​ະ​ຊຸມ​ຕີ​ລາ​ຄາ​ໝາກ​ຜົນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ​ສ​ປ​ຊ ຂອງ​ຫວຽດ​ນາມ ໃນ​ປີ 2015, ​ເຊິ່ງດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ 29/12, ຢູ່ຮ່າ​ໂນ້ຍ, ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ປ​້ອງ​ກັນ​ປະ​ເທດ, ພົນ​ໂທ ຫງວຽນ​ຈິ໋ວິ້ງ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ກ່ຽວ​ກັບ​ເລື່ອງ​ຫວຽດ​ນາມ ເຂົ້າ​ຮ່ວມ​ການ​​ເຄື່ອນ​ໄຫວຮັກ​ສາ​ສັນ​ຕິ​ພາບ​ສ​ປ​ຊ.

      ທີ່ກອງ​ປະ​ຊຸມ, ບັນ​ດາ​ຜູ​້​ແທນ​ໄດ້​ເນັ້ນ​ໜັກ​ເຖິງ ເລື່ອງ​ຫວຽດ​ນາມ ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ​ສ​ປ​ຊ ແມ່ນ​ແຜນ​ນະ​ໂຍ​ບາຍ​ໃຫຍ່​ຂອງ​ລັດ ແລະ ກອງ​ທັບ​ປະ​ຊາ​ຊົນ​ຫວຽ​ດ​ນາມ, ປະ​ຕິ​ບັດ​ນະ​ໂຍ​ບາຍ​ຫັນ​ການ​ພົວ​ພັນ​ທາງ​ການ​ທູດ​​ເປັນ​ຫຼາຍ​ຝ່າຍ, ຫຼາຍ​ຮູບ​ຫຼາຍ​ແບບ, ຕັ້ງ​ໜ້າ​ເປັນ​ເ​ຈົ້າ​ການ​ປະ​ກອ​ບ​ສ່ວນ​ເຂົ້າ​ໃນ​ບັນ​ດາ​ບັນ​ຫາ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ສັນ​ຕິ​ພາບ​ສາ​ກົນ. ໃນ​ປີ​ຜ່ານ​ມາ, ບັນ​ດາ​ອົງ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ແລະ ກອງ​ບັນ​ຊາ​ການ​ເສ​ນາ​ທິ​ການ​ໃຫຍ່ ໄດ້​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮັກ​ສາ​ຮັນ​ຕິ​ພາບ​ເປັນ​ຢ່າງ​ດີ. ພິ​ເສດ, ເລື​່ອງ​ພະ​ນັກ​ງານຫວຽດ​ນາມ 2 ​ທ່ານ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ​​ຂອງ​ສ​ປ​ຊ​ ຢູ່ຄະ​ນະ​ປະ​ຕິ​ບັດ​ງານ ຊູ​ດັງ​ໃຕ້ ແລະ ອາ​ຟ​ະ​ລິ​ກາ​ກາງ ໄດ້​ປະ​ຕິ​ບັດ​ສຳ​ເລັດ​ໜ​້າ​​ທີ່ເປັນ​ຄັ້ງ​ທຳ​ອິດ​ຂອງ​ຕົນ ແລະ ກັບ​ເມື່ອ​ປະ​ເທດ, ​ສິ່ງ​ດັ່ງ​ກ່າວ​ໄດ້​ສ້າງ​​ຫ​າງ​ສຽງ​ທີ່​ດີ​ ໃນ​​ສັງ​ຄົມ ກ່ຽວ​ກັບ​ເລື່ອງກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ ຕັ້ງ​ໜ້າ, ເປັນ​ເຈົ້າ​ການ​ຜັນ​ຂະ​ຫຍາຍ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ປ້ອງ​ກັນ​ຊາດ​, ປະ​ກອບ​ສ່ວນ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ຢູ່​ບັນ​ດາ​ຈຸດ​​ເຄັ່ງ​ຮ້ອນ​ໃນ​ໂລກ.

ຂ່າວ/ບົດ​ອື່ນ