ຫວຽດນາມຕີລາຄາສູງໝາກຜົນຂອງການເຈລະຈາສຸດຍອດລະຫວ່າງ ສປປ.ເກົາຫຼີ - ອາເມລິກາ

(VOVWORLD) -ວັນທີ 12 ມິຖຸນາ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບໝາກຜົນຂອງການເຈລະຈາສຸດຍອດລະຫວ່າງ ສປປ.ເກົາຫຼີ - ອາເມລິກາ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ຊີ້ແຈ້ງວ່າ: “ຫວຽດນາມຊົມເຊີຍ ແລະຕີລາຄາສູງໝາກຜົນການເຈລະຈາ ລະຫວ່າງ ສປປ.ເກົາຫຼີ - ອາເມລິກາ ໃນວັນທີ 12 ມິຖຸນາ 2018

ຫວຽດນາມຕີລາຄາສູງໝາກຜົນຂອງການເຈລະຈາສຸດຍອດລະຫວ່າງ ສປປ.ເກົາຫຼີ - ອາເມລິກາ - ảnh 1 ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ

(ພາບ: TTXVN)

ຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນສະໜັບສະໜູນການປອດນິວເຄຼຍ ແລະ ສັນຕິພາບ, ສະຖຽນລະພາບຢູ່ແຫຼມເກົາຫຼີ, ແກ້ໄຂທຸກບັນຫາ ໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ. ພວກຂ້າພະເຈົ້າ ຖືວ່າ ເລື່ອງຜັນຂະຫຍາຍບັນດາຂໍ້ຕົກລົງ ທີ່ບັນລຸໄດ້ໃນກອງປະຊຸມສຸດຍອດລະຫວ່າງ ສປປ.ເກົາຫຼີ - ອາເມລິກາ ຄັ້ງນີ້ ຈະນຳມາເຊິ່ງໝາກຜົນຕັ້ງໜ້າ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນອາຊີຕາເວັນອອກສ່ຽງເໜືອ ແລະ ຢູ່ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ