ຫວຽດນາມຕ້ອນຮັບນັກທ່ອງທ່ຽວສາກົນມາຢ້ຽມຢາມຫວຽດນາມຫລາຍສຸດໃນຫລາຍປີຜ່ານມາ

ຫວຽດນາມຕ້ອນຮັບນັກທ່ອງທ່ຽວສາກົນມາຢ້ຽມຢາມຫວຽດນາມຫລາຍສຸດໃນຫລາຍປີຜ່ານມາ - ảnh 1
ນັກ​ທ່ອງ​ທ່ຽວ​ສາ​ກົນ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ​
ພາບ​ປະ​ກອບ:baoquandoi

 (vovworld)- ​​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ ໃນ​ເດືອນ 2/2017 ຄາດ​ວ່າ​ບັນ​ລຸ 1,2 ລ້ານ​ເທື່ອ​ຄົນ, ເພີ່ມ​ຂຶ້ນ 42,2% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. ເດືອນ 2 ແມ່ນ​ເດືອນ​ທີ່​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ສາ​ກົນ​ຫລາຍ​ສຸດ​ໃນ​ຫລາຍ​ປີ​ມານີ້ ຍ້ອນ​ຫວຽດ​ນາມ ພວມ​ໃນ​ລະ​ດູ​ແຫ່ງ​ງານ​ບຸນ ດ້ວຍ​ຫລາຍ​ເຫດ​ການ​ດຶງ​ດູດ​ນັກ​ທ່ອ​ງ​ທ່ຽວສາ​ກົນ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ທີ່​ການ​ປະ​ຊຸມ​ຂ່າວ​ປະ​ຈຳ​ເດືອນ​ຂອງ​ລັດ​ຖະ​ບານ​ດຳ​ເນີນ​ໃນ​ວັນ​ທີ 1/3, ທ່ານ ມາຍ​ຕຽນ​ຢູງ, ລັດ​ຖະ​ມົນ​ຕີ, ຫົວ​ຫນ້າ​ຫ້ອງວ່າ​ການ​ລັດ​ຖະ​ບານ ຕີ​ລາ​ຄາ​ວ່າ:

“ຂະ​ແຫນງ​ທ່ອງ​ທ່ຽວ​ພວມ​ພັດ​ທະ​ນາ​ດີ​ສົມ​ຄວນ, ສືບ​ຕໍ່​ທ່າ​ເຕີບ​ໂຕ. ໃນ 2 ເດືອນ​ຕົ້ນ​ປີ ບັນ​ລຸ​ໄດ້​ຫລາຍ​ໝາກ​ຜົນ​ເປັນ​ຫນ້າ​ຊື່ນ​ຊົມ. ມີ​ນັກ​ທ່ອງ​ທ່ຽວ 2,2 ລ້ານ​ເທື່ອ​ຄົນ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ, ເພີ່ມ​ຂຶ້ນ 33% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. ນີ້​ແມ່ນ​ປະ​ຖົມ​ປັດ​ໄຈ​ສຳ​ຄັນ​ເພື່ອ​ປະ​ຕິ​ບັດ​ຄາດ​ໝາຍ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຂອງ​ທັງ​ປີ.”

ນັກ​ທ່ອງ​ທ່ຽວ​ອາ​ຊີ ມາ​ຢ້ຽມ​ຢາມ​ຫວຽດ​ນາມ ບັນ​ລຸ​ປະ​ມານ 1,5 ລ້ານ​ເທື່ອ​ຄົນ. ນັກ​ທ່ອງ​ທ່ຽວ​ມາ​ຈາກ ເອີ​ລົບ ຄາດ​ວ່າ​ບັນ​ລຸ​ປະ​ມານ 378.200 ເທື່ອ​ຄົນ, ເພີ່ມ​ຂຶ້ນ 26,3%, ໃນ​ນັ້ນ​ຫລາຍ​ສຸດ​ແມ່ນ​ນັກ​ທ່ອງ​ທ່ຽວ​ມາ​ຈາກ​ລັດ​ເຊຍ. ຖັດ​ມາ​ແມ່ນ​ນັກ​ທ່ອງ​ທ່ຽວ​ມາ​ຈາກ ອາ​ຟ​ຼິ​ກາ.

ປີ 2017, ຫວຽດ​ນາມ ວາງ​ຄາດ​ໝາຍ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ສາ​ກົນ 11,5 ລ້ານ​ເທື່ອຄົນ.


ຕອບກັບ

ຂ່າວ/ບົດ​ອື່ນ