(ພາບປະກອບ)
(vovworld)- ຫນ້າເວັບໃຫ້ຄຳປືກສາໄປທ່ອງທ່ຽວທີ່ມີຊື່ສຽງ Travel + Leisure ຫາກໍ່ປະກາດບັນຊີລາຍຊື່ບັນດາປະເທດເໝາະສົມທີ່ສຸດສຳລັບນັກທ່ອງທ່ຽວໄປທ່ຽວຜູ້ດຽວ. ໝາກຜົນດັ່ງກ່າວແມ່ນອີງໃສ່ດັດຊະນີ Happy Planet Index (ແມ່ນເວົ້າເຖິງສາຍກ່ຽວພັນລະຫວ່າງອາຍຸຍືນ, ຄວາມຮູ້ສຶກສະບາຍ ແລະ ບັນດາການກະທຳກະທົບເຖິງສິ່ງແວດລ້ອມຢູ່ 151 ປະເທດ), Global Peace Index (ແມ່ນຈັດອັນດັບ 162 ປະເທດ ອີງໃສ່ຄວາມສະຫງົບສຸກ- ນັກທ່ອງທ່ຽວສາມາດສຳເລັດລາຍການທ່ອງທ່ຽວຂອງຕົນໂດຍບໍ່ຢ້ານຖືກລອບຈັບຕົວ). ນຳຫນ້າບັນດາຊີລາຍຊື່ດັ່ງກ່າວແມ່ນປະເທດ ນີວເຢີແລນ, ຫວຽດນາມ ຖືກຈັດອັນດັບ 6, ທີ 8 ແມ່ນຍີ່ປຸ່ນ, ທີ 10 ແມ່ນ ອິນໂດເນເຊຍ ຊື່ງແມ່ນ 3 ປະເທດຕາງຫນ້າໃຫ້ ພາກພື້ນ ອາຊີ.