ຫວຽດນາມປະກອບສ່ວນ ປະຕິບັດບັນດາໜ້າທີ່ ຂອງ IAEA ຢ່າງຕັ້ງໜ້າ


ຫວຽດນາມປະກອບສ່ວນ ປະຕິບັດບັນດາໜ້າທີ່ ຂອງ IAEA ຢ່າງຕັ້ງໜ້າ - ảnh 1

ທ່ານນາງຫງວຽນເຟືອງງາທີ່ວາລະປຶກສາຫາລື

(ພາບ: Lê Dương/TTXVN )

(vovworld)- ​ ວັນ​ທີ 3/11, ທີ່​ສຳນັກງານມ​ໃຫ່ຍຂອງ ສປຊ ຢູ່​ນິວຢອກ ປະ​ເທດ​ອາ​ເມ​ລິ​ກາ, ສະມັດຊາ​ໃຫ່ຍ ສປຊ ຊຸດ​ທີ 69 ​ໄດ້​ຈັດ​ວາລະ​ປະຊຸມ​ຄົບ​ຄະນະ​ເພື່ອ​ປຶກສາ​ຫາລື ​ແລະ ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບ “ບົດ​ລາຍ​ງານ​ຂອງ​ອົງການ​ພະລັງງານ​ປະລະມາ​ນູສາກົນ (IAEA)“. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ນາງຫງວຽນ​ເຟືອງ​ງາ ເອກ​ອັກຄະ​ລັດຖະທູດ​, ຫົວໜ້າ​ຄະນະ​ຜູ້ຕາງໜ້າ​ຫວຽດນາມ ປະຈຳ ສປຊ ​ໄດ້​ຕີ​ລາຄາ​ສູງ​ບົດບາດ ​ແລະ ຄວາມ​ມານະ​ພະຍາຍາມ​ຂອງ ​ IAEA ໃນການ​ຮັບປະກັນ​ຄວາມໝັ້ນຄົງ, ປອດ​ໄພ​ດ້ານ​ນິວ​ເຄຼຍ ກໍ່​ຄື​ໜູນ​ຊ່ວຍ 30 ປະ​ເທດ​ພາຄີ, ​ໃນ​ນັ້ນມີ​ຫວຽດນາມ, ກະກຽມ​ພື້ນຖານ​ໂຄງ​ລ່າງ​ອັນ​ຈຳ​ເປັນ​ໃຫ້​ແກ່​ການ​ກໍ່ສ້າງ​ບັນດາ​ໂຮງງານ​ພະລັງງານ​ນິວ​ເຄຼຍ​ເພື່ອ​ຈຸດປະສົງ​ສັນຕິພາບ. ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ​ຢັ້ງຢືນ​ວ່າ, ດ້ວຍ​ຖານະ​ເປັນ​ປະທານ​ສະພາ​ຜູ້​ວ່າການ IAEA ອາຍຸ​ການ 2013-2014, ຫວຽດນາມ ​ໄດ້​ປະກອບສ່ວນປະຕິບັດບັນດາ​ໜ້າ​ທີ່​ຂອງ IAEA ​ຢ່າງ​ຕັ້ງໜ້າ, ຫວຽດນາມ ສະໜັບສະ​ໜູນ​ການ​ນຳ​ໃຊ້​ພະລັງງານ ​ແລະ ​ເຕັກ​ໂນ​ໂລ​ຊີ​ນິວ​ເຄຼຍ​ເພື່ອ​ຈຸດປະສົງ​ສັນຕິພາບ​ຮັບ​ໃຊ້​ໃຫ້​ແກ່​ການ​ພັດທະນາ. ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ ​ເນັ້ນຫນັກ​ເຖິງ​ເລື່ອງ​ປະ​ເທດ​ຕ່າງໆ​ຕ້ອງ​ປະຕິບັດ​ພັນທະ​ສາກົນ​ຢ່າງຊິ້ິນ​ເຊິ​ງ, ພິ​ເສດ​ແມ່ນ​ບັນດາ​ຄາດໝາຍ​ຮັບປະກັນ ຄວາມໝັ້ນຄົງ, ປອດ​ໄພ​ດ້ານ​ນິວ​ເຄຼຍ./.

ຂ່າວ/ບົດ​ອື່ນ