ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດເລຮ່ວາຍຈູງ
(ພາບ: TTXVN)
(vovworld) - ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ເລຮ່ວາຍຈູງ ໄດ້ຕອບສຳພາດສື່ມວນຊົນ ກ່ຽວກັບ ກອງປະຊຸມຂັ້ນສູງອາຊຽນ 27 ແລະບັນດາກອງປະຊຸມກ່ຽວຂ້ອງ. ທ່ານລັດຖະມົນຕີຊ່ວຍວ່າການ ເລຮ່ວາຍຈູງ ຊີ້ແຈ້ງວ່າ, ໃນຕະຫຼອດວິວັດແຫ່ງການກະກຽມ ແລະ ເຂົ້າຮ່ວມຢູ່ກອງປະຊຸມຕ່າງໆ, ຄະນະຫວຽດນາມ ໄດ້ມີການປະກອບສ່ວນທີ່ຕັ້ງໜ້າຫຼາຍຢ່າງ ແລະ ມີຄວາມຮັບຜິດຊອບໃນການກໍ່ສ້າງເນື້ອໃນຂອງບັນດາເອກະສານກອງປະຊຸມ, ຮັບປະກັນຄວາມເຫັນດີເປັນເອກະພາບລວມຂອງອາຊຽນ, ສ່ອງແສງ ແລະ ຕອບສະໜອງຄວາມສົນໃຈລວມຂອງປະເທດຕ່າງໆ.
ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານລັດຖະມົນຕີຊ່ວຍວ່າການ ເລຮ່ວາຍຈູງ ໃຫ້ຮູ້ວ່າ, ຫວຽດນາມແບ່ງປັນຄວາມວິຕົກກັງວົນກ່ຽວກັບການຜັນແປຢ່າງສັບສົນ ແລະ ຮ້າຍແຮງ, ພິເສດແມ່ນບັນດາການເຄື່ອນໄຫວຖົມດິນກໍ່ສ້າງເກາະດ້ວຍຂອບຂະໜາດໃຫຍ່, ເຊິ່ງໄດ້ກໍ່ຄວາມວິຕົກກັງວົນຢ່າງເລິກເຊິ່ງໃຫ້ປະຊາຄົມສາກົນ, ເຮັດໃຫ້ຂາດຄວາມເຊື່ອໝັ້ນ, ເພີ່ມຄວາມເຄັ່ງຕຶງ, ສົ່ງຜົນສະທ້ອນຢ່າງຫຍໍ້ທໍ້ເຖິງສັນຕິພາບ ແລະ ຄວາມສະຫງົບປອດໄພໃນພາກພື້ນ. ທ່ານກໍ່ເນັ້ນໜັກວ່າບັນດາຝ່າຍຕ້ອງເພີ່ມທະວີບັນດາມາດຕະການສ້າງຄວາມເຊື່ອໝັ້ນ ແລະ ການຕ່າງປະເທດ ເພື່ອສະກັດກັ້ນ, ກໍ່ຄືປະຕິບັດບັນດາຫຼັກການຄວບຄຸມບໍ່ນຳໃຊ້ ຫຼື ຂົ່ມຂູ່ນຳໃຊ້ກຳລັງອາວຸດ, ແກ້ໄຂການຂັດແຍ້ງກັນດ້ວຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ.