ຫວຽດນາມຢືນຢັນຄືນນະໂຍບາຍສະເໝີຕົ້ນສະເໝີປາຍກ່ຽວກັບການນຳໃຊ້ພະລັງງານນິວເຄຼຍເພື່ອສັນຕິພາບ

(VOVWORLD) -ຫວຽດນາມຢືນຢັນຄືນນະໂຍບາຍສະເໝີຕົ້ນສະເໝີປາຍກ່ຽວກັບການນຳໃຊ້ພະລັງງານນິວເຄຼຍເພື່ອຈຸດປະສົງສັນຕິພາບ, ຮຽກຮ້ອງໃຫ້ບັນດາປະເທດເຂົ້າຮ່ວມບັນດາສົນທິສັນຍາສາກົນກ່ຽວກັບຄວາມໝັ້ນຄົງ, ຄວາມປອດໄພດ້ານນິວເຄຼຍ, ເພື່ອແນໃສ່ນຳໃຊ້ພະລັງງານນິວເຄຼຍຢ່າງປອດໄພ, ຍືນຍົງ ແລະ ມີຄວາມຮັບຜິດຊອບ.
ຫວຽດນາມຢືນຢັນຄືນນະໂຍບາຍສະເໝີຕົ້ນສະເໝີປາຍກ່ຽວກັບການນຳໃຊ້ພະລັງງານນິວເຄຼຍເພື່ອສັນຕິພາບ - ảnh 1(ພາບປະກອບ: Nguyen Dung/TTXVN)

ນີ້ແມ່ນສານຕົ້ນຕໍທີ່ທ່ານເອກອັກຄະລັດຖະທູດ ເຢືອງຈີຢຸງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳສະຫະປະຊາຊາດ ແລະ ບັນດາອົງການສາກົນອື່ນຢູ່ເຊີແນວ, ປະເທດສະວິດ, ກ່າວຄຳເຫັນໃນວັນທີ 01 ພຶດສະພາ, ໃນຂອບເຂດການປຶກສາຫາລື 03 ຫົວຂໍ້ ກ່ຽວກັບການນຳໃຊ້ພະລັງງານນິວເຄຼຍ ເພື່ອຈຸດປະສົງສັນຕິພາບຂອງກອງປະຊຸມຄັ້ງທີ 02 ຄະນະກຳມະການກະກຽມປີ 2018, ກະກຽມໃຫ້ກອງປະຊຸມສຳຫຼວດກວດຄືນສົນທິສັນຍາທີ່ບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ (NPT) ປີ 2020. ທ່ານເອກອັກຄະລັດຖະທູດເຢືອງຈີຢຸງ ໄດ້ຢຶນຢັນຄືນສິດ ແລະ ນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມກ່ຽວກັບການນຳໃຊ້ພະລັງງານນິວເຄຼຍເພື່ອຈຸດປະສົງສັນຕິພາບຕາມມາດຕາ 04 ຂອງ NPT. ຫວຽດນາມໄດ້ປະກາດໃຊ້ຍຸດທະສາດນຳໃຊ້ພະລັງງານປະລະມານູເພື່ອຈຸດປະສົງສັນຕິພາບປີ 2006, ກົດໝາຍວ່າດ້ວຍພະລັງງານປາລະມະນູປີ 2008 ແລະເອກະສານຖືກຕ້ອງຕາມກົດໝາຍອື່ນຫຼາຍສະບັບ. ສຳລັບການຮ່ວມມືສາກົນ, ຫວຽດນາມໄດ້ລົງນາມໃນສັນຍາຮັບປະກັນນິວເຄຼຍ ແລະ ອະນຸສັນຍາສະບັບເພີ່ມເຕີມກັບອົງການພະລັງງານປະລະມານູສາກົນ (IAEA) ກໍຄືເຂົ້າຮ່ວມສົນທິສັນຍາສາກົນກ່ຽວກັບຄວາມໝັ້ນຄົງ, ຄວາມປອດໄພດ້ານນິວເຄຼຍຂອງ IAEA ເກືອບທັງໝົດ. ບົນຈິດໃຈດັ່ງກ່າວ, ທ່ານເອກອັກຄະລັດຖະທູດເຢືອງຈີ໋ຢຸງ ໄດ້ຮຽກຮ້ອງບັນດາປະເທດເຂົ້າຮ່ວມສົນທິສັນຍາສາກົນກ່ຽວກັບຄວາມໝັ້ນຄົງ, ຄວາມປອດໄພດ້ານນິວເຄຼຍ, ແຈ້ງຂ່າວໂດຍໄວ, ໜູນຊ່ວຍກັນເມື່ອເກີດອຸປະຕິເຫດນິວເຄຼຍ, ຖືນີ້ແມ່ນວິທີການຮັບປະກັນໃນການນຳໃຊ້ພະລັງງານນິວເຄຼຍເພື່ອຈຸດປະສົງສັນຕິພາບຢ່າງປອດໄພ, ຍືນຍົງ ແລະ ມີຄວາມຮັບຜິດຊອບ.

ຕອບກັບ

ຂ່າວ/ບົດ​ອື່ນ