ຫວຽດນາມ-ລາວຊຸກຍູ້ການຮ່ວມມືໃນວຽກງານສະມາຊິກສະພາແຫ່ງຊາດ

ຫວຽດນາມ-ລາວຊຸກຍູ້ການຮ່ວມມືໃນວຽກງານສະມາຊິກສະພາແຫ່ງຊາດ - ảnh 1
(ຫວຽດນາມ-ລາວຊຸກຍູ້ການຮ່ວມມື
ໃນວຽກງານສະມາຊິກສະພາແຫ່ງຊາດ)

(vovworld) - ​ວັນ​ທີ 13/07, ທີ່​ສຳ​ນັກ​ງານ​ສະ​ພາ​ແຫ່ງ​ຊາດ​ລາວ, ຢູ່​ນະ​ຄອນ​ຫຼວງວຽງ​ຈັນ, ຄະ​ນະ​ຜູ້​ແທນ​ຄະ​ນະ​ປະ​ຕິ​ບັດ​ງານ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ​ມີ​ການ​ພົບ​ປະ​ເຈ​ລະ​ຈາ​ກັບ​ຄະ​ນະ​ຜູ້​ແທນ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ດ້ານ​ກົດ​ໝາຍ​ຂອງ​ສະ​ພາ​ແຫ່ງ​ຊາດ​ລາວ. ການ​ເຄື່ອນ​ໄຫວ​ຖືກ​ດຳ​ເນີນ​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ລາວ​ຂອງ​ຄະນະ​ແຕ່​ວັນ​ທີ 13 – 15/07. ທີ່​ການ​ເຈ​ລະ​ຈາ, 2 ຝ່າຍ​ໄດ້​ແລກ​ປ່ຽ​ນ​ກ່ຽວ​ກັບ​ບັນ​ດ​າ​ທິດ​ທາງ​ການຮ່ວມມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ; ປຶກ​ສ​າ​ຫາ​ລື​ແຜນ​ການ​ຝຶກ​ອົບ​ຮົມ​ໃຫ້​ໄລ​ຍະ 2016 – 2020 ແລະ ແຜນ​ການ​ສົມ​ທົບ​ກັນ​ລະ​ຫວ່າງ​ສູນ​ຝຶກ​ອົບ​ຮົມ​ຂອງ​ສະ​ພາ​ແຫ່ງ​ຊາດ​ລາວ ແລະ ສູນ​ບຳ​ລຸງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຂອງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ໃນ​ແຕ່​ລະ​ປີ​ເພື່ອ​ບຳ​ລຸງ​ໃຫ້​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ລາວ.

        ແລະ​ກໍ​ໃນ​ວັນ​ດຽວ​ກັນ, ສູນ​ຝ​ຶກ​ອົບ​ຮົມ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຂອງ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ສ້າງ​ກົດ​ໝາຍ​ສັງ​ກັດ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ລາວ ແລະ ສູນ​ບຳ​ລຸງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຂອງ​ສະ​ພາ​ແຫ່ງ​ຊາດ​ ​ຄະ​ນະ​ປະ​ຕິ​ບັດ​ງານ​ສະ​ມາ​ຊິ​ກ​ສະ​ພາ​ແຫ່ງ​ຊາດສັງ​ກັດ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່​ງ​ຊາດ​ຫວຽດ​ນາມ ພ້ອມ​ກັນ​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ການຮ່ວມ​ມື​ລະ​ຫວ່າງ 2 ຫົວ​ໜ່ວຍ. ເຊິ່ງ​ຕາມນັ້ນ​ແລ້ວ, 2 ຝ່າຍ​ສືບ​ຕໍ່​ເປັນ​ເສ​ນ​າ​ທິ​ການ​ໃນ​ການ​ສ້າງ​​ຮ່າງ​ເນື້ອ​ໃນ​ຂໍ້​ຕົກ​ລົງ​ຮ່ວມ​ມື​ກ່​ຽວ​ກັບ​ການ​ຝຶກ​ອົບ​ຮົມ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ພາ​ປະ​ຊາ​ຊົນ​ລາວ.

ຂ່າວ/ບົດ​ອື່ນ