ຫວຽດ​ນາມ​ສົ່ງ​ອອກ​ເກີນ​ດູນ​​ໄປ​ຍັງຕະຫຼາດ ອິດ​ສະ​ລາ​ແອັນ

(VOVWORLD) -ປີ 2019, ການສົ່ງອອກເກີບ ສືບຕໍ່ຮັບສາໄດ້ທ່າເຕີບໂຕຢ່າງແຮງຢູ່ລະດັບ 21,5%, ໝາກມວງຫິມະພານ ເພີ່ມຂຶ້ນໜ້ອຍໜຶ່ງຢູ່ລະດັບ 1,2% ເມື່ອທຽບໃສ່ກັບໄລຍະດຽວກັບຂອງປີກາຍ.
ຫວຽດ​ນາມ​ສົ່ງ​ອອກ​ເກີນ​ດູນ​​ໄປ​ຍັງຕະຫຼາດ ອິດ​ສະ​ລາ​ແອັນ - ảnh 1ປີ 2019, ການສົ່ງອອກເກີບໄປຍັງຕະຫຼາດ ອິດສະລາແອັນ ສືບຕໍ່ຮັບສາໄດ້ທ່າເຕີບໂຕຢ່າງແຮງຢູ່ລະດັບ 21,5% (ພາບ: TTXVN) 

ວັນທີ 3 ທັນວາ, ຫ້ອງການການຄ້າ ຫວຽດນາມ ປະຈຳ ອິດສະລາແອັນ ໃຫ້ຮູ້ວ່າ ໃນ 10 ເດືອນຕົ້ນປີ 2019, ການແລກປ່ຽນການຄ້າສອງສົ້ນລະຫວ່າງ ຫວຽດນາມ ແລະ ອິດສະລາແອັນບັນລຸໄດ້ເກືອບ 899 ລ້ານ USD, ໃນນັ້ນ ຫວຽດນາມ ສືບຕໍ່ຮັກສາການສົ່ງອອກເກີນດູນດ້ວຍມູນຄ່າປະມານ 401 ລ້ານ USD.

        ທ່ານເລທ໊າຍຮ່ວາ, ທູດການຄ້າ ຫວຽດນາມ ປະຈຳ ອິດສະລາແອັນ ຄາດຄະເນວ່າ ໃນ 11 ເດືອນຕົ້ນປີ 2019 ການສົ່ງອອກຂອງ ຫວຽດນາມໄປຍັງ ອິດສະລາແອັນ ບັນລຸໄດ້ກ່ວາ 715 ລ້ານ USD ແລະ ນຳເຂົ້າຈາກຕະຫຼາດນີ້ບັນລຸໄດ້ປະມານ 274 ລ້ານ USD.       

ຕອບກັບ

ຂ່າວ/ບົດ​ອື່ນ