ຫວຽດນາມ-ສະຖານທີ່ປອດໄພ,ສະໜິດສະໜົມແລະດູດດື່ມ

ຫວຽດນາມ-ສະຖານທີ່ປອດໄພ,ສະໜິດສະໜົມແລະດູດດື່ມ - ảnh 1
ການ​ປະຊຸມ​ຂ່າວ​ສາກົນ​ “Exciting ຫວຽດນາມ - ສະຖານ​ທີ່​ປອດ​ໄພ, ສະໜິດສະໜົມ ​ແລະ ດູດ​ດື່ມ”
(ພາບ: qdnd.vn)

(vovworld) - ວັນ​ທີ 9/7, ກະຊວງ​ວັດທະນະທຳ - ກິລາ ​ແລະ ທ່ອງ​ທ່ຽວ​ສົມທົບ​ກັບ​ກະຊວງ​ການ​ຕ່າງປະ​ເທດ ຈັດ​ຕັ້ງ​ການ​ປະຊຸມ​ຂ່າວ​ສາກົນ​ “Exciting ຫວຽດນາມ - ສະຖານ​ທີ່​ປອດ​ໄພ, ສະໜິດສະໜົມ ​ແລະ ດູດ​ດື່ມ “. ທີ່​ການ​ປະຊຸມ​ຂ່າວ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ ກະຊວງ​ວັດທະນະທຳ - ກິລາ ​ແລະ ທ່ອງ​ທ່ຽວ ​ໂຮ່​ແອ​ງຕ໋ວານ, ​ໃຫ້​ຮູ້​ວ່າ:

        “ການ​ເຄື່ອນ​ໄຫວ​ນີ້​ເພື່ອ​ແນ​ໃສ່​ແນະນຳ, ​ໂຄສະນາ​​ໃຫ້​ຊາວ​ຫວຽດນາມ ​ແລະ  ​ເພື່ອນ​ມິດສາກົນ​ເຫັນ​ໄດ້​ສະຖານ​ທີ່ທ່ອງທ່ຽວ​ຂອງ​ພວ​ກເຮົາ​ມີ​ຄວາມ​ດູດ​ດື່ມ ​ແລະ ມີ​ຄຸນ​ນະພາ​ບຄື​ແນວ​ໃດ ​ເພື່ອ​​ເປີດ​ຕະຫຼາດ​ໃໝ່​, ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ຢ້ຽມຢາມ​ຫວຽດນາມ​ຫຼາຍ​ກວ່າ, ພ້ອມ​ທັງ​ຊຸກຍູ້​ການທ່ອງທ່ຽວ​ພາຍ​ໃນ​ປະ​ເທດເພື່ອ​ໃຫ້​ຊາວ​ຫວຽດນາມ​ເຂົ້າ​ຮ່ວມ​ບັນດາ​ລາຍການ​ທ່ອງ​ທ່ຽວ​ຂອງ​ປະ​ເທດ​ຕົນ​ຫຼາຍ​ກວ່າ“.

        ​ເມື່ອ​ຕອບ​ສຳພາດ​ຢູ່​ນອກ​ກອງ​ປະຊຸມ, ທ່ານ​ນາງ Katherine Muller Marin, ຫົວໜ້າ​ຜູ້ຕາງໜ້າ​ອົງການ​ສຶກສາ - ວິທະຍາສາດ - ວັດທະນະທຳ ສປຊ (UNESCO) ປະຈຳ​ຫວຽດນາມ, ຖື​ວ່າ:

        “​ເມື່ອ​ເວົ້າ​ເຖິງ​ທ່ອງ​ທ່ຽວ, ໝາຍ​ຄວາມ​ວ່າ​ເພື່ອນ​ຢາກ​ໄດ້​ເຫັນ​ປະຈັກ​ຕາ​ເຂດ​ດິນ​ທີ່​ສວຍ​ງາມ, ອາດ​ຈະ​ເວົ້າ​ເຖິງ ອ່າວ​ຮ້າ​ລອງ, ​ເຫວ໋, ຈ່າງ​ອານ… ​ໂລກ​ຄວນ​ຮູ້ຈັກ​ເຖິງສະຖານ​ທີ່​ເຫຼົ່າ​ນັ້ນ, ​ເພາະວ່າ​ມັນ​ມີ​ຄູນ​ຄ່າ​ພິ​ເສດ, ທີ່​ເປັນ​ເອກະລັກສະ​ເພາະ, ມັນ​ບໍ່​ພຽງ​ແຕ່​ມີ​ຄຸນຄ່າ​ສຳລັບ​ຫວຽດນາມ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ຄຸນຄ່າ​ສຳລັບ​ທົ່ວ​ໂລກ​ອີກ​ດ້ວຍ. ດັ່ງ​ນັ້ນ​ພວກ​ເຮົາ​ຄວນ​ຮຽກຮ້ອງ​ທຸກ​ຄົນ​ມາ​ຢ້ຽມຢາມ ​ແລະ ຮັບ​ຮູ້​ບັນດາ​ທັດສະນີ​ຍະ​ພາບ​ທີ່​ສວຍ​ງາມ​ນີ້“.

ຂ່າວ/ບົດ​ອື່ນ