(ພາບປະກອບ)
(vovworld) – ໃນໄລຍະ 20 ປີແຫ່ງວັນເຂົ້າເປັນສະມາຊິກສະມາຄົມປະຊາຊາດອາຊີຕາເວັນອອກສຽງໃຕ້ (ASEAN). ຫວຽດນາມ ໄດ້ມີຂໍ້ລິເລີ່ມຫລາຍຢ່າງເພື່ອຊຸກຍູ້ການຮ່ວມມືໃນ ອາຊຽນ. ນັ້ນແມ່ນຄຳຢືນຢັນຂອງທ່ານ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ເລຮ່ວາຍຈູງ ເມື່ອຕອບສຳພາດຕໍ່ນັກຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 20 ປີແຫ່ງວັນ ຫວຽດນາມ - ອາຊຽນ (28/7/1995 – 28/7/2015)
ຕາມທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ເລຮ່ວາຍຈູງ ແລ້ວ, ໜຶ່ງໃນບັນດາຂໍ້ລິເລີ່ມທີ່ພົ້ນເດັ່ນແມ່ນການຊ່ວຍ ອາຊຽນ ສ້າງສຳເລັດຄາດໝາຍເຕົ້າໂຮມ 10 ປະເທດ ອາຊຽນ ໃນຊາຍຄາລວມ, ນຳ ອາຊຽນ ຈາກກຸ່ມພຽງມີສະມາຊິກ 6 ປະເທດ ຂຶ້ນເປັນ 10 ປະເທດຂອງພາກພື້ນ ອາຊີຕາເວັນອອກສຽງໃຕ້. ຄຽງຂ້າງນັ້ນ, ຫວຽດນາມ ເປັນປະເທດ ໄດ້ຍົກອອກຂໍ້ລິເລີ່ມເຊື່ອມຕໍ່ ອາຊຽນ ຢ່າງຮອບດ້ານ, ຮັດແຄບຊ່ອງຫວ່າງພັດທະນາໃນ ອາຊຽນ. ນີ້ແມ່ນພື້ນຖານສຳຄັນເພື່ອເພີ່ມທະວີຄວາມສາມັກຄີ, ເຊື່ອມຕໍ່ກໍຄືຍົກສູງກຳລັງແຮງຂອງ ອາຊຽນ.
ກ່ຽວກັບບັນດາຈຸດສຸມບຸລິມະສິດຂອງ ຫວຽດນາມ ໃນໄລຍະມາເຖິງ, ທ່ານ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ເລຮ່ວາຍຈູງ ຊີ້ແຈ້ງວ່າ:
“ບັນດາບຸລິມະສິດ ຂອງ ຫວຽດນາມ ໃນໄລຍະຈະມາເຖິງແມ່ນຊຸກຍູ້ການຮ່ວມມືເສດຖະກິດໃຫ້ມີປະສິດທິຜົນກ່ວາອີກ, ຍົກສູງຄວາມຮັບຮູ້ກ່ຽວກັບປະຊາຄົມ ອາຊຽນ ແລະ ຄວາມສຳຄັນຍຸດທະສາດຂອງເລື່ອງ ຫວຽດນາມ ເຂົ້າຮ່ວມການຮ່ວມມື ອາຊຽນ. ພວກເຮົາຕ້ອງສະຫງວນບຸລິມະສິດໃຫ້ແກ່ການຮັບປະກັນສັນຕິພາບ, ຄວາມປອດໄພຢູ່ພາກພື້ນ, ໃນນັ້ນມີສັນຕິພາບ, ຄວາມປອດໄພບົນທະເລຕາເວັນອອກ.”
ທ່ານ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ເລຮ່ວາຍຈູງ ຢືນຢັນວ່າ: ສັນຕິພາບ,ສະຖຽນລະພາບຢູ່ພາກພື້ນແມ່ນເງື່ອນໄຂຕັດສິນຊີຂາດໃຫ້ແກ່ການພັດທະນາຂອງ ອາຊຽນ. ຫວຽດນາມ ຈະມານະພະຍາຍາມຊຸກຍູ້ຊອກຫາຫຼັກໝັ້ນລວມຂອງ ອາຊຽນ ກ່ຽວກັບບັນຫານີ້, ໃນສະພາວະພາກພື້ນພວມຢືນຕໍ່ໜ້າສິ່ງທ້າທາຍຫລາຍຢ່າງ.