ຫວຽດນາມ-ອາເມລິກາເຫັນດີເປັນເອກະສັນເປີດກ້ວາງການເຈລະຈາ2ຝ່າຍກ່ຽວກັບຄວາມໝັ້ນຄົງ

ຫວຽດນາມ-ອາເມລິກາເຫັນດີເປັນເອກະສັນເປີດກ້ວາງການເຈລະຈາ2ຝ່າຍກ່ຽວກັບຄວາມໝັ້ນຄົງ - ảnh 1
ການ​ເຮັດ​ວຽກ​ລະ​ຫວ່າງ 2 ຄະ​ນະ

(vovworld) – ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ອາ​ເມ​ລິ​ກາ, ວັນ​ທີ 19/3, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງຕຳຫຼວດ ເຈີ່ນ​ດ້າຍກວາງ ມີ​ການ​ພົບ​ປະ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ສະ​ພາ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ, ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື 2 ຝ່າຍ​ໃນ​ການ​ຕ້ານ​ອາດ​ຊະ​ຍາ​ກຳ ກໍ່​ຄື​ບັນ​ດາ​ບັນ​ຫາ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ມະ​ນ​ຸດ​ສະ​ທຳ. ທີ່​ການ​ພົບ​ປະ, ທ່ານ​ລັດ​ຖະ​ມົນ​ຕີວ່າ​ການ ເຈີ່ນ​ດ້​າຍກ​ວາງ ຫວັງ​ວ່າ: ບັນ​ດາ​ຄູ່​ຮ່ວມ​ມື ອາ​ເມ​ລິ​ກາ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລະ​ຫວ່າງ​ອົງ​ການ​ປະ​ຕິ​ບັດ​ກົດໝາຍ​ຂອງ 2 ປະ​ເທດ ໃນ​ການ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາກ​ຳ, ໜູນ​ຊ່ວຍ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​​ຈາກ​ທາດ​ພິດ​ສີ​ສົ້ນ/ ດີ​ໂອ​ຊີນ, ຊອ​ກ​ຫາ, ທຳ​ລາຍ​ລູກ​ລະ​ເບີດບໍ່​ທັນ​ແຕກ ແລະ ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ແກ​້​ໄຂ​ບັນ​ຫາ​ຊາວ ຫວຽດ​ນາມ ຫາຍ​ສາບ​ສູນ ໃນ​ປ​າງ​ສົງ​ຄາມ. ຝ່າຍ ອາ​ເມ​ລິ​ກາ ຂອບ​ໃຈ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ຫວຽດ​ນາມ ໄດ້​ຕັ້ງ​ໜ້າ​ແກ້​ໄຂ​ບັນ​ຫາ​ທະ​ຫານ ອາ​ເມ​ລິ​ກາ ຫາຍ​ສາບ​ສູນ​ໃນ​ສົງ​ຄາມ, ເປັນ​ເອ​ກະ​ພາບ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ການ​ຕໍ່​ສູ້, ປ້ອງ​ກັນ, ຕ້ານ​ອາ​ດ​ຊະ​ຍາ​ກຳ, ຮັກ​ສາ ແລະ ເປີດ​ກ້​ວາງ​ກົນ​ໄກ​ເຈ​ລະ​ຈາ 2 ຝ່າຍ​ກ່​ຽວ​ກັບ​ບັນ​ດາ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​ຄວາມ​ສະ​ຫງົບ​ຂອງ 2 ປະ​ເທດ, ພິ​ເສດ​ແມ່ນ​ໃນ​ການ​ຮັບ​ມື​ກັບ​ບັນ​ດາ​ໄພ​ນາບ​ຂູ່​ເຖິງ​ຄວາມ​ສະ​ຫງົບ.

ຂ່າວ/ບົດ​ອື່ນ