ຫວຽດນາມຮຽກຮ້ອງ ສປຊໃຫ້ບຸລິມະສິດສ້າງຍຸດທະສາດສະກັດກັ້ນການປະທະກັນເປັນເວລາຍາວນານ
ວາລະປະຊູມຂອງ ສະພາຄວາມໝັ້ນຄົງ ສປຊ
(ພາບ:ສຳນັກຂ່າວສານ ຫວຽດນາມ/TTXVN)
|
(vovworld) – ວັນທີ 10/1, ສະພາຄວາມໝັ້ນຄົງ ສປຊ, ໂດຍພາຍໃຕ້ການເປັນປະທານຂອງ ຊູແອດ, ປະທານສະພາຄວາມໝັ້ນຄົງ ສປຊ ໃນເດືອນ 1/2017, ໄດ້ຈັດຕັ້ງວາລະປຶກສາຫາລືເປີດຄັ້ງທຳອິດ ໃນປີ 2017 ດ້ວຍຫົວຂໍ້ “ສະກັດກັ້ນການປະທະກັນ ແລະ ຮັກສາສັນຕິພາບໃຫ້ໝັ້ນຄົງ”. ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ວາລະປະຊຸມມີຜູ້ຕາງໜ້າຂອງ 94 ປະເທດສະມາຊິກ, ໃນນັ້ນມີລັດຖະມົນຕີ 10 ທ່ານ, ຮອງລັດຖະມົນຕີ 2 ທ່ານ. ທ່ານນາງເອກອັກຄະລັດຖະທູດ ຟ້າມທິກິມແອງ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ເຂົ້າຮ່ວມເຫດການນີ້. ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານນາງເອກອັກຄະລັດຖະທູດ ຟ້າມທິກິມແອງ ຖືວ່າ ບັນດາການຂັດແຍ້ງແກ່ຍາວບໍ່ພຽງແຕ່ກໍ່ຄວາມກີດຂວາງບັນດາຄວາມມານະພະຍາຍາມພັດທະນາເທົ່ານັ້ນ ຫາກຍັງແມ່ນສາຍເຫດໃຫ້ການປະທະກັນອີກດ້ວຍ. ດັ່ງນັ້ນ ຮອດຈຸດເວລາແລ້ວທີ່ ສປຊ ຕ້ອງເພີ່ມທະວີການປັບປຸງໂຄງປະກອບຄວາມໝັ້ນຄົງລວມໝູ່, ບົນພື້ນຖານຍູ້ແຮງລັດທິຫຼາຍຝ່າຍ, ເຄົາລົບ ແລະ ປະຕິບັດຕາມກົດໝາຍສາກົນ, ບໍ່ນຳໃຊ້ ຫຼື ນາບຂູ່ນຳໃຊ້ກຳລັງອາວຸດ.