ຫວຽດນາມເຂົ້າຮ່ວມກອງ ປະຊຸມ AFC ຄັ້ງທີ 3 ຢູ່ອາຟຼິກກາໃຕ້


 ຫວຽດນາມເຂົ້າຮ່ວມກອງ ປະຊຸມ AFC ຄັ້ງທີ 3 ຢູ່ອາຟຼິກກາໃຕ້ - ảnh 1

(ພາບປະກອບ: agroviet.gov.vn

 (vovworld)- ກອງ​ປະຊຸມ AFC ຄັ້ງທີ 3 ຈັດ​ຂຶ້ນຢູ່​ອາ​ຟຼິກກາ​ໃຕ້​ແມ່ນ​ກອງ​ປະຊຸມ​ທົ່ວ​ໂລກ​ກ່ຽວ​ກັບ​ດ້ານ​ກະສິກຳ, ສະບຽງ​ອາຫານ, ຄວາມ​ປອດ​ໄພ​ດ້ານ​ໂພ​ສະນາ​ການ ​ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ (AFC). ຄະນະ​ຜູ້​ແທນ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ ​ໂດຍ​ທ່ານ​ຮອງ​ລັດຖະມົນຕີ​ເລກ​ວກ​ແຢວງ ນຳ​ໜ້າ​​ໄດ້ເຂົ້າຮ່ວມ​ກອງ​ປະຊຸມ.

  ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ Tina Joemat Pettersson ​ລັດຖະມົນຕີກະຊວງ​ກະສິກຳ ປ່າ​ໄມ້ ​ແລະ ການປະມົງ ອາ​ຟຼິກກາ​ໃຕ້​​ເນັ້ນໜັກ​ວ່າ: ກອງ​ປະຊຸມ​ຄັ້ງນີ້​ແມ່ນ​ເວທີ​ປາ​ໄສ​ເພື່ອ​ໃຫ້​ບັນດາ​ການ​ນຳ​ທົ່ວ​ໂລກ, ບັນດາ​ນັກວິທະຍາສາດ, ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ ​ແລະ ຜູ້​ເຂົ້າຮ່ວມ​ການ​ປູກຝັງໂດຍ​ກົງ ປຶກສາ​ຫາ​ລື ​ແລະ ​ແບ່ງປັນ​ບົດຮຽນ​ພ້ອມ​ກັບ​ບັນດາ​ຜົນສຳ​ເລັດ ​ແລະ ສິ່ງ​ທ້າ​ທາຍ​ສຳລັບ​ການຄ້ຳປະກັນ​ສະບຽງ​ອາຫານ ​ໂດຍ​ຖືກ​ຜົນ​ກະທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.

   ​ໃນ​ການ​ເຮັດ​ວຽກ​ເປັນ​ເວລາ 3 ວັນ, ບັນດາ​ຜູ້​ແທນ​ໄດ້​ແລກປ່ຽນ​ຂໍ້​ມູນ​ຂ່າວສານວິທະຍາສາດ​ເພື່ອ​ແນ​ໃສ່​ຊອກ​ຫາ​ມາດ​ຕະການ​ຍົກ​ສູງ​ສະມັດ​ຕະພາບ​ຂອງ​ຜະລິດ​ຕະພັນ​ກະ​ເສດ, ຫລຸດຜ່ອນ​ການ​ປ່ອຍອາຍ​ພິດ CO2 ພ້ອມ​ທັງ​ສະ​ເໜີ​ການ​ກະທຳ ​ແລະ ວິທີ​ການ​ສຳ​ພັດ​ເພື່ອ​ແນ​ໃສ່​ລົບ​ລ້າງ​ຄວາມ​ອຶດຫິວ ຫລຸດຜ່ອນ​ຄວາມທຸກ​ຍາກ ​ແລະ ຂາດ​​ສະ​ເໝີ​ພາບ./.

ຂ່າວ/ບົດ​ອື່ນ