ຫວຽດນາມເຂົ້າຮ່ວມກອງປະຊຸມ ສຸດຍອດເວທີປາໄສເຈລະຈາການຮ່ວມມື ອາຊີ ຄັ້ງທີ 1

ຫວຽດນາມເຂົ້າຮ່ວມກອງປະຊຸມ ສຸດຍອດເວທີປາໄສເຈລະຈາການຮ່ວມມື ອາຊີ ຄັ້ງທີ 1 - ảnh 1

(ພາບ:vietnamembassy-kuwait.org)

(vovworld) -     ​ແຕ່​ວັນ​ທີ 15-17/10, ຢູ່​ຄູ​ເວດ, ​ໄດ້​ຈັດກອງ​ປະຊຸມ​ສຸດ​ຍອດ​ເວທີ​ປາ​ໄສ​​ເຈລະຈາ​ການ​ຮ່ວມ​ມື​ອາຊີ (ACD) ຄັ້ງທີ 1 ​ໂດຍ​ພາຍ​ໃຕ້​ການ​ເປັນ​ປະທາ​ນຂອງ​ກະສັດ​ຄູ​ເວດ Sheikh Sabah Al-Ahmad Al-Jaber Al-Sabah. ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ Le Luong Minh ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າຮ່ວມ​ກອງ​ປະຊຸມ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຫົວໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ, ຮອງ​ລັດຖະມົນຕີ Le Luong Minh ​ເນັ້ນໜັກ​ວ່າ ຫວຽດນາມ ພວມ​ມານະ​ພະຍາຍາມ​ຫັນປ່ຽນ​ຮູບ​ແບບ​ເສດຖະກິດ​ໂດຍ​ຜ່ານ​ບັນດາ​ໂຄງການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ສາມາດ​ຮັບ​ມື​ກັບ​ບັນດາ​ການ​ຜັນ​ແປ່​ຂອງ​ເສດຖະກິດ​ໂລກ, ຊຸກຍູ້​ການ​ເຕີບ​ໂຕ​ຂຽວ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ. ຫວຽດນາມ ​ໄດ້​ສະ​ເໜີ​ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ຍົກ​ສູງ​ປະສິດທິ​ຜົນ​ໃນ​ການ​ຮ່ວມ​ມື​ຂອງ ACD ​ຄື: ​ເລືອກ​ເຟັ້ນການ​ບຸລິມະສິດ​ການ​ຮ່ວມ​ມື, ຮັບປະກັນ​ລັກສະນະ​ລຽນຕິດ​ຂອງ​ບັນດາ​ໂຄງການ​ຮ່ວມ​ມື ​ແລະ ​ເລື່ອງ​ທະວີຄູນ​ຮູບ​ແບບ​ການ​ຮ່ວມ​ມື​ສອງ​ຝ່າຍ​ສຳ​ເລັດ​ໃນ ACD. ກອງ​ປະຊຸມ​ສຸດ​ຍອດ ACD ຄັ້ງ 2 ຈະ​ຖືກ​ຈັດ​ຂຶ້ນ​ຢູ່​ໄທ​ໃນ​ປີ 2015.

ຂ່າວ/ບົດ​ອື່ນ