ຫວຽດນາມເຂົ້າຮ່ວມກອງປະຊຸມລັດຖະມົນຕີ RCEP ກາງສະໄໝຄັ້ງທີ 8 ຢູ່ຈີນ

(VOVWORLD) -ບັນດາລັດຖະມົນຕີສືບຕໍ່ຢືນຢັນຄວາມຕັດສິນໃຈສິ້ນສຸດການເຈລະຈາສັນຍາ RCEP ທັນສະໄໝ, ຮອບດ້ານ, ມີຄຸນນະພາບສູງ ແລະ ນຳມາເຊິ່ງຜົນປະໂຫຍດໃຫ້ທຸກຝ່າຍໃນປີ 2019.
ຫວຽດນາມເຂົ້າຮ່ວມກອງປະຊຸມລັດຖະມົນຕີ RCEP ກາງສະໄໝຄັ້ງທີ 8 ຢູ່ຈີນ - ảnh 1

ທີ່ກອງປະຊຸມລັດຖະມົນຕີບັນດາປະເທດເຂົ້າຮ່ວມການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ກາງສະໄໝຄັ້ງທີ 8 ດຳເນີນຢູ່ນະຄອນຫຼວງປັກກິງ, ປະເທດຈີນ, ວັນທີ 03 ສິງຫາ, ບັນດາລັດຖະມົນຕີສືບຕໍ່ຢືນຢັນຄວາມຕັດສິນໃຈສິ້ນສຸດການເຈລະຈາສັນຍາ RCEP ທັນສະໄໝ, ຮອບດ້ານ, ມີຄຸນນະພາບສູງ ແລະ ນຳມາເຊິ່ງຜົນປະໂຫຍດໃຫ້ທຸກຝ່າຍໃນປີ 2019.

        ຄະນະຜູ້ແທນຫວຽດນາມ ໂດຍທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ເຈິ່ນກວ໊ກແຄ໊ງ, ນຳໜ້າ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຍົກອອກບັນດາມາດຕະການຕົວຈິງ ເພື່ອແນໃສ່ແກ້ໄຂບັນດາຂໍ້ຕິດຂັດທີ່ຍັງຄົງຕົວໃນການເຈລະຈາ, ຊຸກຍູ້ສຳເລັດເປົ້າໝາຍສິ້ນສຸດການເຈລະຈາສັນຍາ RCEP ໃນທ້າຍປີ 2019. ເພື່ອບັນລຸໄດ້ເປົ້າໝາຍດັ່ງກ່າວ, ກອງປະຊຸມໄດ້ເຫັນດີສິ້ນສຸດ 100% ການເຈລະຈາເປີດປະຕູຕະຫຼາດ ແລະ ບັນຫາສຳຄັນທັງໝົດຂອງເນື້ອໃນສັນຍາໃນທ້າຍປີ 2019, ພ້ອມກັນນັ້ນ ມານະພະຍາຍາມເພື່ອມຸ່ງໄປເຖິງການລົງນາມສັນຍາ RCEP ໃນປີ 2020 ຢູ່ຫວຽດນາມ, ເມື່ອຫວຽດນາມ ຮັບບົດບາດເປັນປະທານອາຊຽນ.

        ຢູ່ນອກກອງປະຊຸມ, ຄະນະຜູ້ແທນຫວຽດນາມ ໄດ້ມີບັນດາການພົບປະ 2 ຝ່າຍກັບບັນດາປະເທດຄື: ສ.ເກົາຫຼີ, ຍີ່ປຸ່ນ, ອົດສະຕາລີ ເພື່ອແນໃສ່ແລກປ່ຽນວິທີແກ້ໄຂບັນດາບັນຫາທີ່ຍັງຄົງຕົວໃນການເຈລະຈາສັນຍາ RCEP ກໍຄືຊຸກຍູ້ການພົວພັນຮ່ວມມື 2 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ