ຫວຽດນາມເຂົ້າຮ່ວມກອງປະຊຸມລັດຖະມົນຕີກະສິກຳປ່າໄມ້ອາຊຽນ

ຫວຽດນາມເຂົ້າຮ່ວມກອງປະຊຸມລັດຖະມົນຕີກະສິກຳປ່າໄມ້ອາຊຽນ - ảnh 1
ຄະນະຜູ້ແທນຫວຽດນາມເຂົ້າຮ່ວມກອງປະຊຸມ
ພາບ:TTXVN


(vovworld)- ທ່ານ​ນາງ ຫງວຽນ​ທິຊວນ, ຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ ນຳ​ຫນ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ກະສິກຳ​ປ່າ​ໄມ້ ອາ​ຊຽນ ຄັ້ງ​ທີ 35 (AMAF - 35), ກອງ​ປະຊຸມ​ລັດຖະມົນຕີ ກະສິກຳ​ປ່າ​ໄມ້​ອາ​ຊຽນກັບ​ບັນດາ​ປະ​ເທດ​ຄູ່​​ເຈ​ລະ​ຈາ​ຄື: ຈີນ, ​ສ​ເກົາຫລີ ​ແລະ ຍີ່​ປຸ່ນ (AMAF+3) ຄັ້ງ​ທີ 13 ​ແລະ ກອງ​ປະຊຸມ​ລັດຖະມົນຕີ ອາ​ຊຽນ -ອິນ​ເດຍ ຄັ້ງ​ທີ 3 ກ່ຽວ​ກັບ​ການ​ຮ່ວມ​ມື​ກະສິກຳ ປ່າ​ໄມ້ ຊື່​ງດຳ​ເນີນ​ໄປ​ແຕ່​ວັນ​ທີ 26-28/9 ຢູ່ ນະຄອນຫລວງ ກົວ​ລາ​ລຳ​ເປ​ີ ປະ​ເທດ ມາ​ເລ​ເຊຍ. ທີ່​ກອງ​ປະຊຸມ ບັນດາ​ທ່ານ​ລັດ​ຖະມົນຕີ ​ໄດ້​ຢືນຢັນ​ຄວາມ​ສຳຄັນ​ຂອງ​ການ​ຮ່ວມ​ມື​ກະສິກຳ​ປ່າ​ໄມ້ ​ແລະ ສິນ​​ໃນ​ນ້ຳ ​ໃນ​ຂອບ​ເຂດ AMAF ​ແລະ AMAF+3 ພ້ອມ​ທັງ​ຮຽກຮ້ອງ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ກວ່າ​ອີກ ​ເພື່ອ​ມຸ່ງ​ໄປ​ເຖິງ​ສ້າງ​ປະຊາ​ຄົມ​ອາ​ຊຽນພັດທະນາ​ຢ່າງ​ຂະຫຍັນ​ຂັນ​ເຄື່ອນ ​ແລະ ໝັ້ນຄົງ. ພິ​ເສດ ບັນດາ​ທ່ານ​ລັດຖະມົນຕີ​ໄດ້​ປຶກສາ​ຫາລື ​ແລະ ຍົກ​ອອກ​ບັນດາລັດຖະນະ​ໂຍບາຍ​ສຳຄັນທີ່​ກ່ຽວ​ຂ້ອງ​ເຖິງ​ຂົງ​ເຂດ​ຕ່າງໆ​ຄື: ຄຳ້ປະກັນ​ສະບຽງ​ອາຫານ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ທົ່ວ​ໂລກ, ກະສິກຳ​ປ່າ​ໄມ້, ສິນ​​ໃນ​ນ້ຳ ​ເພື່ອ​ຍົກ​ສູງ​ທີ່​ຕັ້ງ​ບົດບາດ ​ແລະ ຄວາມ​ສາມາດ​ແກ້ງ​ແຍ້​ງຂອງ​ຜະລິດ​ຕະພັນ​ກະ​ເສດ​ຂອງ​ອາ​ຊຽນ​ໃນ​ຕະຫລາດ​ພາກ​ພື້ນ ​ແລະ ​ໂລກ.

ຂ່າວ/ບົດ​ອື່ນ