(vovworld) – ວັນທີ 18/09, ຢູ່ມົດສະກູ, ຄະນະຜູ້ແທນແນວໂຮມປະເທດຊາດຫວຽດນາມ ໂດຍທ່ານ ຫວູຈ້ອງກິມ, ຮອງປະທານ, ທັງເປັນເລຂາທິການໃຫຍ່ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເປັນຫົວໜ້າຄະນະ ໄດ້ມີການພົບປະກັບທ່ານປະທານສະຖາບັນສັງຄົມສະຫະພັນລັດເຊຍ Alexandr Bertralov. ການພົບປະດຳເນີນໄປຢູ່ນອກກອງປະຊຸມສາກົນປະຈຳປີ ສະມັດຊາສະຫະສະມາຄົມສາກົນບັນດາສະພາເສດຖະດກິດ, ສັງຄົມ ແລະ ບັນດາອົງການທຽບເທົ່າ (AICESIS), ຖືກຈັດຂຶ້ນຢູ່ນະຄອນຫຼວງມົດສະກູ, ປະເທດລັດເຊຍ ໃນລະຫວ່າງວັນທີ 17 – 18/09. ທີ່ການພົບປະ, ທ່ານ Bertralov ສະແດງຄວາມປາດຖະໜາວ່າ, ການພົວພັນຮ່ວມມືລະຫວ່າງ 2 ອົງການເວົ້າສະເພາະ ແລະ 2 ປະເທດເວົ້າລວມ ຈະນັບມື້ນັບພັດທະນາ. ທ່ານ Bertralov ກໍໃຫ້ຮູ້ວ່າ, ລັດເຊຍ ພວມມີແຜນນະໂຍບາຍພັດທະນາເຂດຕາເວັນອອກໄກ ແລະ ປາດຖະໜາວ່າ, ໃນໄລຍະຈະມາເຖິງ, ບັນດາການພົວພັນຮ່ວມມືລະຫວ່າງລັດເຊຍ - ຫວຽດນາມ ຈະເອົາໃຈໃສ່ເຖິງແງ່ມູມນີ້. ສ່ວນທ່ານ ຫວູຈ້ອງກິມ ສະແດງຄວາມປາດຖະໜາວ່າ ການພົວພັນລະຫວ່າງ 2 ປະເທດ, 2 ອົງການສັງຄົມ - ພົນລະເຮືອນນີ້ຈະໄດ້ຮັບການຊຸກຍູ້ຢ່າງແຮງໃນໄລຍະຈະມາເຖິງ ແລະ ກ້າວເຂົ້າສູ່ບັນດາເນື້ອໃນທີ່ແທດຈິງ.