ຫວຽດນາມເຂົ້າຮ່ວມກອງປະຊຸມໂຕະມົນອາຊີ-ປາຊີຟີກ

ຫວຽດນາມເຂົ້າຮ່ວມກອງປະຊຸມໂຕະມົນອາຊີ-ປາຊີຟີກ - ảnh 1
ກອງ​ປະຊຸມ​ໂຕະມົນອາຊີ-ປາຊີ​ຟີ​ກ
photo:


(vovworld)- ​ແຕ່​ວັນ​ທີ 2-4/6 ຢູ່ ມາ​ເລ​ເຊຍ, ກອງ​ປະຊຸມ​ໂຕະມົນອາຊີ-ປາຊີ​ຟີ​ກ(APR) ຄັ້ງທີ 28 ​ໂດຍ ສະ​ຖາ​ບັນ​ຄົ້ນ​ຄ້ວາ​ສາກົນ ​ແລະ ຍຸດ​ທະ​ສາດ ມາ​ເລ​ເຊຍ ຈັດ​ຕັ້ງ​ຂຶ້ນຢູ່​ນະຄອນຫລວງ ກົວ​ລາ​ລຳ​ເປີ ​ໄດ້​ດຶງ​ດູດ​ຜູ້​ແທນ​ເກືອບ 400 ທ່ານ ຊື່​ງ​ແມ່ນ​ບັນດາ​ນັກ​ວາງ​ແຜນ​ນະ​ໂຍບາຍ, ນັກຮຽນ​ຮູ້ ​ແລະ ນັກ​ການ​ທູດ ທີ່ມາ​ຈາກ 30 ປະ​ເທດ ​ໃນ​ໂລກ. ຄະນະ​ຜູ້​ແທນ​ຫວຽດນາມ ​​ໂດຍ​ທ່ານນາງ​ຮອງ​ສາດສະດາຈານ, ດຣ ຫງວຽນທາຍ​ອຽນ​ເຮືອງ, ຮອງ​ຜູ້ອຳນວຍການ​ສະ​ຖາ​ບັນ​ການ​ທູດ ນຳ​ຫນ້າ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ດັ່ງກ່າວ. ກອງ​ປະຊຸມ APR ​​ສຸມ​ໃສ່​ເຂົ້າ​​ໃນ​ບັນດາ​ຫົວ​ເລື່ອງ​ກ່ຽວ​ກັບ​ຄວາມ​ໝັ້ນຄົງ, ການ​ປ້ອງ​ກັນຊາ​ດ, ຮັກສາ​ສັນຕິພາບ ​ແລະ ການ​ພັດທະນາ​ເສດຖະກິດ​ໃນ​ພາກ​ພື້ນ. ບັນດາ​ຜູ້​ແທນ​ເຂົ້າ​ຮວ່ມກອງ​ປ​ະຊຸມ ສຸມ​ໃສ່​ປຶກສາ​ຫາລື​ບັນຫາ​ຕ່າງໆ​ຄື: ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ໃນ​ການ​ສ້າງ​ພາກ​ພື້ນ ອາຊີ -ປາຊີ​ຟີ​ກ ສັນຕິພາບ ​ແລະ ວັດທະນາ​ຖາວອນ, ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ຄວາມ​ສະຫງົບ​ປອດ​ໄພ​ບົນ​ທະ​ເລ​ຕາ​ເວັນ​ອອກ, ​ໂຄງການ​ດຳ​ເນີນ​ງານ​ຂອງ ອາ​ຊຽນ ຫລັງ​ປີ 2015 ​ແລະ ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງ​ການ​ປະຕິ​ຮູບ​ເສດຖະກິດ ​ແລະ ການ​ເມືອງ ຢູ່ ມຽນມາ ກໍ​ຄື​ອະນາຄົດ​ດ້ານ​ການ​ເມືອງ​ຢູ່​ໄທ.

 

ຂ່າວ/ບົດ​ອື່ນ