ຫວຽດນາມເຂົ້າຮ່ວມງານຕະຫລາດນັດການກຸສົນສາກົນຢູ່ຢາກາກຕາປີ2013

ຫວຽດນາມເຂົ້າຮ່ວມງານຕະຫລາດນັດການກຸສົນສາກົນຢູ່ຢາກາກຕາປີ2013 - ảnh 1
ງານ​ຕະຫລາດນັດ​ການ​ກຸສົນ​
ພາບປະກອບ:internet

(vovworld)- ສະ​ໂມ​ສອນ​​ແມ່ຍິງ​ສາກົນ (WIC) ອິນ​ໂດ​ເນ​ເຊຍ ​ໄດ້​ຈັດ​ຕັ້ງານ​ຕະຫລາດນັດ​ການ​ກຸສົນ​ສາກົນ​ຄັ້ງ​ທີ 46 ​ໃນ​ເວລາ 2 ວັນ​ຄື​ວັນ​ທີ 27-28/11 ທີ່ສູນ​ກອງ​ປະຊຸມ​ສາກົນ ຢູ່ນະຄອນຫລວງ ຢາ​ກາກ​ຕາ ປະ​ເທດ ອິນ​ໂດ​ເນ​ເຊຍ ​ເພື່ອ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ, ນຳ້​ໃຈ​ມິດຕະພາບ, ຄວາມ​ສາມັກຄີ ​ແລະ ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ​ກັນ ລະຫວ່າງ​ແມ່ຍິງ​ບັນດາ​ປະ​ເທດ​ທີ່​ມີ​ອົງການ​ທູຕານຸທູດ​ ປະຈຳ​ອິນ​ໂດ​ເນ​ເຊຍ ​ແລະ ບໍລິຈາກ​​ເງິນ​ເຂົ້າ​ກອງ​ທຶນ​ມະນຸດ​ສະທຳໃຫ້​ແກ່​ບັນດາ​ການ​ເຄື່ອນ​ໄຫວ​ກຸສົນ​ຂອງ​ສະ​ໂມ​ສອນ​ດັ່ງກ່າວ. ພັນ​ລະ​ຍາ ​ແລະ ບັນດາ​ພະນັກງານ​ສະຖານທູດ​ຫວຽດນາມ ປະຈຳ ອິນ​ໂດ​ເນ​ເຊຍ ​ໄດ້​ສົມທົບ​ກັບ​ພັນ​ລະ​ຍາ ​ແລະ ພະນັກງານ​ຄະນະ​ຜູ້ຕາງຫນ້າ​ຂອງ​ຫວຽດນາມ ປະຈຳ ອາ​ຊຽນ ຈັດ​ຕັ້ງ​ຮ້ານ​ວາງສະ​ແດງ ​ແລະ ຂາຍ​​ເຄື່ອງ​ສິລະ​ປະ​ຫັດຖະກຳ, ອາຫານ​ພື້ນ​ເມືອງຂອງ​ຫວຽດນາມ ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ຜູ້​ແທນ ​ແລະ ​ແຂກ​​ເຂົ້າ​ຊົມ​ເປັນ​ຈຳນວນ​ຫລວງຫລາຍ.

 

 

 

 

ຂ່າວ/ບົດ​ອື່ນ