ຫວຽດນາມເຂົ້າຮ່ວມງານຕະຫລາດນັດທ່ອງທ່ຽວສາກົນຮົ່ງກົງ

(vovworld) -  ຫວຽດນາມ​ພ້ອມ​ກັບ 49 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ​ໃນ​ໂລກ​ຫາ​ກໍ່​ເຂົ້າ​ຮ່ວມ​ງານ​ຕະຫລາດນັດ​ທ່ອງ​ທ່ຽວ​ສາກົນ​ຮົ່ງກົງ(​ITE). ນີ້​ແມ່ນ​ງານ​ຕະຫລາດນັດ​ທ່ອງ​ທ່ຽວ​ໃຫຍ່​ກວ່າ​ໝູ່​ຖືກ​ຈັດ​ຂຶ້ນ​ປະຈຳ​ປີ​ຢູ່​ເຂດ​ຮົ່ງ​ກົງ​ປະ​ເທດ​ຈີນ ​ແລະ ຍາມ​ໃດ​ກໍ​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ ບໍລິສັດ​ທ່ອງ​ທ່ຽວ​ກໍ​ຄື​ບໍລິສັດ​ການ​ບິນ​ທີ່​ລືຊື່ຫລາຍ​ແຫ່ງ. ​ເມື່ອ​ເຂົ້າ​ຮ່ວມ​ງານ​ຕະຫລາດນັດ​ທ່ອງ​ທ່ຽວ​ດັ່ງກ່າວ, Vietnam Airlines ບໍ່​ພຽງ​ແຕ່​ຖື​ເປັນ​ກາລະ​ໂອກາດ​​ເພື່ອ​ຊອກ​ຫາ​ຄູ່​ຮ່ວມ​ມື​ເທົ່າ​ນັ້ນ ຫາກ​ຍັງ​ໂຄສະນາ​ການທ່ອງທ່ຽວ​ຫວຽດນາມ ອີກ​ດ້ວຍ. ນອກຈາກ​ການ​ເຂົ້າ​ຮ່ວມ​ຂອງ Vietnam Airlines ​ແລ້ວ,​ ຝ່າຍ​ຫວຽດນາມ ຍັງ​ມີ​ບັນດາ​ບໍລິສັດ​ທ່ອງ​ທ່ຽວ​ເຂົ້າ​ຮ່ວມ​ອີກ​ດ້ວຍ.

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ