ຫວຽດນາມເຂົ້າຮ່ວມງານຕະຫຼາດນັດກຸສົນຢູ່ອິນໂດເນເຊຍ

ຫວຽດນາມເຂົ້າຮ່ວມງານຕະຫຼາດນັດກຸສົນຢູ່ອິນໂດເນເຊຍ - ảnh 1
ຫວຽດນາມເຂົ້າຮ່ວມງານຕະຫຼາດນັດກຸສົນຢູ່ອິນໂດເນເຊຍ
(ພາບ: vietnamplus.vn)

(vovworld) - ​​​ ​​ ​​ສະ​ໂມ​ສອນແມ່​ຍິງ​ສາ​ກົນ (WIC) ຢູ່​ຈາ​ກາກ​ຕາ ໄດ້​ຈັດ​ງານ​ຕະ​ຫຼາດ​ນັດ​ກຸ​ສົນ 2016 ຢູ່​ນະ​ຄອນ​ຫຼວງ ຈາ​ກາກ​ຕາ ໃນ​ລະ​ຫວ່າງວັນ​ທີ 30/11 – 01/12. ການ​ເຄື່ອນ​ໄຫວ​ປະ​ຈຳ​ປີນີ້ິ້​ໄດ້​ຮັບ​ການ​ຈັດ​ຕ​ັ້ງ​ລ້ວນ​ແຕ່​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ຄະ​ນະ​ທູ​ຕາ​ນຸ​ທູດ​ບັນ​ດາ​ປະ​ເທດ, ປະ​ຊາ​ຄົມ​ຊາວ​ຕ່າງ​ປະ​ເທດ ແລະ ບັນ​ດາ​ວິ​ສາ​ຫະ​ກິດ​ອິນ​ໂດ​ເນ​ເຊຍ ເພື່ອ​ແນ​ໃສ່​ໂຄ​ສະ​ນາ​ບັນ​ດາ​ຜະ​ລິດ​ຕະ​ພັນ​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ປະ​ເທດ​ຕ່າງໆ​ ແລະ ສ້າງກອງ​ທຶນ​ໃຫ້​ບັນ​ດາ​ການ​ເຄື່ອນ​ໄຫວ​ກຸສົນ. ເຂົ້າ​ຮ່ວມ​ງານ​ຕະ​ຫຼາດ​ນັດ​ປີນີ້ ມີ​ຮ້ານ​ວາງ​ສະ​ແດງ​ຂອງ​ສະ​ຖານ​ທູດ​ບັນ​ດາ​ປະ​ເທດ​ເກື​ອບ 200 ຮ້ານ ແລະ ວິ​ສາ​ຫະ​ກິດກວ່າ 200 ແຫ່ງ​ຂອງ​ອິນ​ໂດ​ເນ​ເຊຍ​, ບັນ​ດາ​ຜະ​ລິດ​ຕະ​ພັນ​ຕົ້ນ​ຕໍ່​ແມ່ນ​ເຄື່ອງ​ນຸ່ງ, ເຄື່ອງ​ສິ​ລະ​ປະ​ຫັດ​ຖະ​ກຳ ແລະ ສະ​ບ​ຽງ​ອາ​ຫານ. ຮ້ານ​ວາງ​ສະ​ແດງ​ຂອງ​ຫວຽດ​ນາມ ທີ່​ງານ​ຕະ​ຫຼາດ​ນັດ​ໄດ​້​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ລູກ​ຄ້າ​ເປັນ​ຈຳ​ນວນ​ຫຼາຍ ດ້ວຍ​ການ​ແນະ​ນຳ, ວາງ​ຂາຍ​ບັນ​ດາ​ຜະ​ລິດ​ຕະ​ພັນ​ເປັນ​ເອ​ກະ​ລັກ​ສະ​ເພາະ​ຄື: ກາ​ເຟ, ເຂົ້າ​ໜົມ​ທົ່ວ​ຂຽວ, ເຄື່ອງ​ສິ​ລະ​ປະ​ຫັດ​ຖະ​ກຳ, ເຄື່ອງ​ທີ່​ລະ​ນຶກ… ຄະ​ນະ​ຈັດ​ຕັ້ງ​ໃຫ້​ຮູ້​ວ່າ, ຈຳ​ນວນ​ເງິນ​ທີ່ເກັບ​ມາ​ໄດ້​ຈາກ​ການ​ຂາຍ​ປີ້ ແລະ ​ຜົນ​ກຳ​ໄລ​ສ່ວນ​ໜຶ່ງ​​ທີ່​ໄດ້​ຮັບ​ຈາກ​ງານ​ຕະ​ຫຼາດ​ນັດ​ຈະ​ປະ​ກອບ​ເຂົ້າ​​ໃນກອງ​ທຶນ​ກຸ​ສົນ​ໂດຍ WIC ບໍ​ລິ​ຫານ.

ຂ່າວ/ບົດ​ອື່ນ