ຫວຽດນາມເຂົ້າຮ່ວມງານພົບປະສາກົນບັນດາພັກກອມມູນິດແລະກຳມະກອນ

ຫວຽດນາມເຂົ້າຮ່ວມງານພົບປະສາກົນບັນດາພັກກອມມູນິດແລະກຳມະກອນ - ảnh 1
(ພາບ​ປະ​ກອບ​ຈາກ AFP)

(vovworld) – ​ ​​​​ແຕ່​ວັນ​ທີ 13 – 15/11, ງານ​ພົບ​ປະ​ສາ​ກົນ​ຄັ້ງ​ທີ 16 ບັນ​ດາ​ພັກ​ກອມ​ມູ​ນິດ ແລະ ກຳ​ມະ​ກອນ​ໄດ້​ຈັດ​ຕັ້ງ​ຢູ່ Ecuado ດ້ວຍ​ຫົວ​ຂໍ້ “ບົດ​ບາດ​ຂອງ​ບັນ​ດາ​ພັກ​ກອມ​ມູ​ນິດ ແລະ ກຳ​ມະ​ກອນ​ໃນ​ການ​ຕໍ່​​ຕ້ານ​​ສູ້ກົດ​ຂີ່​​ຂູດ​ຮີດ​ຂອງ​ລັດ​ທິຈັກ​ກະ​ພັດ, ລັດ​ທຶນນິ​ຍົມ - ​ເຊິ່ງແມ່ນ​ສາຍ​ເຫດກໍ່​ໃຫ້​ເກີດ​ວິ​ກິດ​ການ, ສົງ​ຄາມ ແລະ ລະ​ດົມ​ກຳ​ລັງ​ໃຈ​ບັນ​ດາ​ກຳ​ລັງ​ຟາດ​ຊິດ, ລັດ​ທິ​ຕ້ານ​ຄື​ນ​ບັນ​ດາ​ສິດ​ຂອງ​ຊາວ​ຜູ້​ອອກ​ແຮງ​ງານ ແລະ ປະ​ຊາ​ຊົນ, ພາ​ລະ​ກິດ​ປົດ​ປ່ອຍ​ສັງ​ຄົມ ແລະ ຊົນ​ຊາດ, ການ​ພັດ​ທະ​ນາ​ຂອງ​ການ​ຕໍ່​​ສູ້ຊົນ​ຊັ້​ນ ແລະ ລັດ​ທິ​ສັງ​ຄົມ”. ເຂົ້າ​ຮ່ວມ​ການ​ພົບ​ປະ​ຄັ້ງ​ນີ້​ມີ​ຜູ້​ແທນ​​ຂອງ 53 ພັກ​ຝ່າຍ​ທີ່​ມາ​ຈາກ 42 ປະ​ເທດ​ຂຶ້​ນ​ກັບ​ບັນ​ດາ​ທະ​ວີບ​ໃນ​ໂລກ. ບັນ​ດາ​ຜູ້​ແທນ​ສຸ​ມ​ໃສ່​ປຶກ​ສາ​ຫາລື​ກ່ຽວ​ກັບ​ສະ​ພາບ​ການ​ໂລກ, ກ່ຽວ​ກັບ​ການ​ຜັນ​ແປຫຼ້າ​ສຸດ​ໃນ​ໂລກ, ກ່ຽວ​ກັບ​ການ​ຕໍ່​​ສູ້​ຂອງ​ບັນ​ດາ​ພັກ​ກອມ​ມູ​ນິດ, ກຳ​ມະ​ກອນ ແລະ ປະ​ຊາ​ຊົນ​ຢູ່​ບັນ​ດາ​ປ​ະ​ເທດ ແລະ ກ່ຽວ​ກັບ​ບັນ​ດາ​ມາດ​ຕະ​ການ​ເພີ່ມ​ທະ​ວີ​ການ​ສົມ​ທົບ​ກັນ​ເຄື່ອນ​ໄຫວ​ລະ​ຫວ່າງ​ບັນ​ດາ​ພັ​ກ​ຝ່າຍ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

    ຄະ​ນະ​ຜູ້​ແທນພັກ​ກອມ​ມູ​ນິດ ຫວຽດ​ນາມ ໂດຍ​ທ່ານ ເຈີ່ນ​ດັກ​ເລີ້ຍ, ຮອງ​ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ນຳ​ໜ້າ, ເຂົ້າ​ຮ່ວ​ມ​ງານ​ພົບ​ປະ. ໃນ​ການ​ຕ້ອນ​ຮັບ​ຄະ​ນະ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ Ecuado Winston Alarcon ຕີ​ລາ​ຄາ​ສູງ​ການ​ປະ​ກອບ​ສ່ວນ​ຂອງ​ຄະ​ນະ​ຜູ້​ແທນ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ທີ່​ການ​ພົບ​ປະ ແລະ ປາດ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ກັບ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ໃນ​ໄລ​ຍະ​ຈະ​ມາ​ເຖິງ​ກ່​ວາ​ອີກ.


ຂ່າວ/ບົດ​ອື່ນ