ຫວຽດນາມເຄົາລົບສິດເສລີໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ
(ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບິ່ງ)
(vovworld) - ວັນທີ 29/10, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບປະຕິກິລິຍາຂອງຫວຽດນາມ ຕໍ່ເລື່ອງຫວ່າງແລ້ວນີ້, ອາເມລິກາ ໄດ້ສົ່ງກຳ່ປັ່ນໄປຜ່ານບາງເຂດທີ່ຂຶ້ນກັບໝູ່ເກາະເຈື່ອງຊາ. ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບິ່ງ ຊີ້ແຈ້ງວ່າ:
“ໂດຍແມ່ນປະເທດທີ່ມີອະທິປະໄຕສຳລັບໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ ຢູ່ທະເລຕາເວັນອອກ, ທັງແມ່ນສະມາຊິກຂອງສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ຫວຽດນາມ ເຄົາລົບສິດເສລີໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ ບົນພື້ນຖານບັນດາຂໍ້ກຳນົດທີ່ກ່ຽວຂ້ອງຂອງສົນທິສັນຍາ ແລະ ເໝາະສົມກັບຂໍ້ກຳນົດຂອງບັນດາປະເທດແຄມທະເລກ. ຫວຽດນາມຮຽກຮ້ອງບັນດາຝ່າຍທີ່ກ່ຽວຂ້ອງ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມປອດໄພໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ ບົນພື້ນຖານກົດໝາຍສາກົນ, ເຊິ່ງລວມມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ແລະ ຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC)“.