ຫວຽດນາມເປັນເຈົ້າການປະກອບສ່ວນເຂົ້າການໂອ້ລົມສົນທະນາ ແລະ ການຮ່ວມມືເພື່ອການເຕີບໂຕແບບຍືນຍົງ
(VOVWORLD) - ຢູ່ກອງປະຊຸມ, ອີກຄັ້ງໜຶ່ງ ຫວຽດນາມ ຢັ້ງຢືນຄວາມຕັ້ງກັບການກຳນົດທິດການເຕີບໂຕແລວວ່ອງໄວ, ກວມລວມ ແລະ ຍືນຍົງ, ຕິດພັນກັບການປະຕິຮູບລະບອບລະບຽບການ, ການຫັນເປັນດີຈີຕອນ ແລະ ຫັນປ່ຽນໄປຍັງພື້ນຖານເສດຖະກິດ ກາກບ່ອນຕ່ຳ.
ບັນດາຜູ້ແທນ ຫວຽດນາມ ເຂົ້າຮ່ວມເຫດການ (ພາບ: ກະຊວງການຕ່າງປະເທດ) |
ໃນລະຫວ່າງວັນທີ 19 – 23 ມັງກອນ, ທ່ານຮອງນາຍົກລັດຖະມົນຕີ ບຸຍແທັງເຊີນ ແລະ ຄະນະຜູ້ແທນລັດຖະບານ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມປະຈຳປີເວທີປາໄສເສດຖະກິດໂລກ (WEF) ປີ 2026 ທີ່ໄດ້ດຳເນີນຢູ່ເທດສະບານ Davos (ສະວິດ).
ກ່າວຄຳເຫັນທີ່ວາລະປຶກສາຫາລືຫົວຂໍ້ຂອງກອງປະຊຸມກ່ຽວກັບ “ບັນດາເສັ້ນທາງໃໝ່ພາໄປເຖິງການເຕີບໂຕ ແລະ ຈະເລີນຮຸ່ງເຮືອງຢູ່ ອາຊຽນ” ແລະ “ຕາໜ່າງໄຟຟ້າ ອາຊຽນ”, ຄະນະຜູ້ແທນ ຫວຽດນາມ ໄດ້ສະເໜີບຸລິມະສິດໃນການຮ່ວມມື ຈຸດສຸມຂອງ ອາຊຽນລວມມີ: ການສ້າງບັນດາຂອບເຂດລວມກ່ຽວກັບການກຳນົດຊື່ ແບບດີຈີຕອນ, ການຄຸ້ມຄອງຂໍ້ມູນ ແລະ ຄວາມປອດໄພທາງໄຊເບີ ເພື່ອແນໃສ່ຫຼຸດການແຕກຕົວ, ຊຸກຍູ້ການຄ້າດີຈີຕອນ ແລະ ນະວັດຕະກຳ; ຍູ້ແຮງຮູບແບບການອຸດສາຫະກຳຮ່ວມສຳພັນ, ເພີ່ມທະວີການຖ່າຍທອດເຕັກໂນໂລຢີ, ພັດທະນາທັກສະ ແລະ ຍົກສູງຖານະບົດບາດຂອງ ອາຊຽນ ໃນລະບົບມຸນຄ່າພາກພື້ນ ແລະ ທົ່ວໂລກ. ຢູ່ກອງປະຊຸມ, ອີກຄັ້ງໜຶ່ງ ຫວຽດນາມ ຢັ້ງຢືນຄວາມຕັ້ງກັບການກຳນົດທິດການເຕີບໂຕແລວວ່ອງໄວ, ກວມລວມ ແລະ ຍືນຍົງ, ຕິດພັນກັບການປະຕິຮູບລະບອບລະບຽບການ, ການຫັນເປັນດີຈີຕອນ ແລະ ຫັນປ່ຽນໄປຍັງພື້ນຖານເສດຖະກິດ ກາກບ່ອນຕ່ຳ, ມຸ່ງໄປເຖິງເປົ້າໝາຍນຳການປອຍອາຍພິດລົງລະດັບ 0 ໃນປີ 2050, ພ້ອມກັນນັ້ນກໍ່ພ້ອມແລ້ວທີ່ຈະປະສົມປະສານຢ່າງແໜ້ນແຟ້ນກັບບັນດາປະເທດອາຊຽນ ແລະ ຄູ່ຮ່ວມມືສາກົນ ເພື່ອຄວາມຈະເລີນຮຸ່ງເຮືອງລວມຂອງພາກພື້ນ.