ຫວຽດນາມແມ່ນສະມາຊິກມີຄວາມຮັບຜິດຊອບຂອງສະຫະປະຊາຊາດ
(ບົດຂຽນໄດ້ປຽບທຽບຫວຽດນາມ ຄືດັ່ງບັນດາ “ໂຕເສືອ” ຂອງອາຊີ)
(vovworld) – ວັນທີ 17/09, ດ້ວຍຫົວຂໍ້ວ່າ “ລັດຖະບານໃໝ່ຂອງອີຢິບ ແລະ ບັນດາບົດຮຽນຂອງຫວຽດນາມ ໃນສັນຕິພາບ ແລະ ການພັດທະນາ”, ສື່ເອເລກໂຕນິກ Al Messa ດ້ວຍພາສາອາຣັບ, ໄດ້ຕີລາຄາສູງບົດບາດ, ທີ່ຕັ້ງຂອງຫວຽດນາມ ບົນເວທີສາກົນ, ພ້ອມທັງໃຫ້ຮູ້ວ່າ, ການຢ້ຽມຢາມບາງປະເທດອາຊີ, ໃນນັ້ນມີຫວຽດນາມ ຂອງທ່ານປະທານາທິບໍດີອີຢິບ Abdel Fattah al Sisi, ຄາດວ່າຈະດຳເນີນໄປໃນທ້າຍປີນີ້.
ບົດຂຽນໄດ້ປຽບທຽບຫວຽດນາມ ຄືດັ່ງບັນດາ “ໂຕເສືອ” ຂອງອາຊີ, ເຊິ່ງໄດ້ສະແດງໃຫ້ເຫັນບົດບາດທີ່ດີຂອງຕົນ, ແມ່ນສະມາຊິກມີຄວາມຮັບຜິດຊອບຂອງສະຫະປະຊາຊາດ. ພ້ອມທັງຢັ້ງຢືນວ່າ, ໃນໄລຍະຜ່ານມາ, ຫວຽດນາມ ປະຕິບັດໄດ້ບັນດາບາດກ້າວພັດທະນາຢ່າງແຮງໃນການພົວພັນຄູ່ຮ່ວມມືໃນທົ່ວໂລກ.
ບົດຂຽນໄດ້ຮຽກຮ້ອງໃຫ້ລັດຖະບານໃໝ່ຂອງອີຢິບ ຄວນຮໍ່າຮຽນເອົາບົດຮຽນຂອງຫວຽດນາມ ໃນການປະຕິບັດບັນດາຄາດໝາຍສະຫັດສະຫວັດຂອງສະຫະປະຊາຊາດ. ບົດຂຽນຍັງເນັ້ນໜັກວ່າ ບັນດາຜົນງານເຊິ່ງຫວຽດນາມ ບັນລຸໄດ້ລ້ວນແຕ່ອີງໃສ່ແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ. ຕາມນັ້ນແລ້ວ, ຫວຽດນາມ ຢາກເປັນເພື່ອນທິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງທຸກປະເທດ, ທຸກຊົນຊາດ, ໃນນັ້ນມີອີຢິບ, ບົນພື້ນຖານເຄົາລົບອະທິປະໄຕແຫ່ງຊາດ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ, ຮັກສາສັນຕິພາບ ແລະ ການຮ່ວມມືເພ່ືອການພັດທະນາໃນລະດັບທົ່ວໂລກ.