ຫວຽດນາມແລະກຳປູເຈຍກະກຽມເປີດສະຫລອງເສົາຫລັກໝາຍເລກທີ30ຢູ່ຊາຍແດນທາງບົກ

ຫວຽດນາມແລະກຳປູເຈຍກະກຽມເປີດສະຫລອງເສົາຫລັກໝາຍເລກທີ30ຢູ່ຊາຍແດນທາງບົກ - ảnh 1
​ເສົາ​ຫລັກ​ໝາຍ​ເລກ​ທີ 240
ພາບ:internet
 (vovworld)- ​ບົນ​ພື້ນ​ຖານ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ຫວຽດ​ນາມ ແລະ ກຳ​ປູ​ເຈຍ, ພິ​ທີ​​ເປີດສະ​ຫລອງ​ເສົາ​ຫລັກ​ໝາຍ​ເລກ​ທີ 30 ​ຢູ່ຊາຍ​ແດນ ທາງ​ບົກ ຫວຽດ​ນາມ - ກຳ​ປຸ​ເຈຍ ແລະ ຕອນ​ເສັ້ນ​ທາງ​ເຊື່ອມ​ຕໍ່​ປ້ອມ​ກວດ​ກາ​ດ່ານ​ຊາຍ​ແດນ​ສາ​ກົນ ເລ້​ແທງ - OzaDao ຈະ​ ດຳ​ເນີນ​ໃນ​ວັນ​ທີ 26/12/2015 ຢູ່ ຕາ​ແສງ Ia Nan ເມືອງ ດືກ​ເກີ ແຂວງ ຢາ​ລາຍ. ໃນ​ວັນ​ດຽວ​ກັນ, ພິ​ທີ​ເປີດ​ສະ​ຫລອງ ເສົາ​ຫລັກ​ໝາຍ​ເລກ​ທີ 275 ຢູ່ ດ່ານ​ຊາຍ​ແດນ​ສາ​ກົນ ຕິ້ງ​ບຽນ - ພະ​ນົມ​ເຢີນ ຈະ​ດຳ​ເນີນ​ຢູ່ ຕາ​ແສງ ຊວນ​ໂຕ ເມືອງ ຕີ້ງ​ບຽນ ແຂວງ ອານ​ຢາງ.

ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ເຕີນ​ຢູງ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປຸ​ເຈຍ Hun Xen ຈະ​ພ້ອມ​ກັນ​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ສະ​ຫລອງ ຈັດ​ຂຶ້ນ​ຢູ່ ແຂວງ ຢາ​ລາຍ ໃນ​ຕອນ​ເຊົ້າ​ວັນ​ທີ 26/12/2015 ແລະ ຕັດ​ແຖບ​ຜ້າ​ເປີດ​ສະ​ຫລອງ​ເສົາ​ຫລັກ​ໝາຍ​ເລກ​ທີ 275 ຢູ່ ແຂວງ ອານ​ຢາງ ໃນ​ຕອນ​ບ່າຍ​ວັນ​ທີ 26/12/2015.

ຂ່າວ/ບົດ​ອື່ນ