ຫວຽດນາມແລະຈີນຄວນຄວບຄຸມຄວາມບໍ່ລົງລອຍກັນເປັນຢ່າງດີ,ແກ້ໄຂບັນດາບັນຫາຢູ່ທະເລໂດຍສັນຕິວິທີ

ຫວຽດນາມແລະຈີນຄວນຄວບຄຸມຄວາມບໍ່ລົງລອຍກັນເປັນຢ່າງດີ,ແກ້ໄຂບັນດາບັນຫາຢູ່ທະເລໂດຍສັນຕິວິທີ - ảnh 1
ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ ປະ​ຈຳ​ຫວຽດ​ນາມ ໂຄງ​ແຊ໋ວ​ຢູງ


(vovworld)- ຕອນ​ບ່າ​ຍ​ວັນ​ທີ 5/5, ທີ່​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ ປະ​ຈຳ​ຫວຽດ​ນາມ ໂຄງ​ແຊ໋ວ​ຢູງ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ຢືນ​ຢັນ​ວ່າ: ພັກ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ຍາມ​ໃດ​ກໍ​ຖື​ເປັນ​ສຳ​ຄັນ​ການ​ປັບ​ປຸງ ແລະ ເພີ່ມ​ທະ​ວີ​ການ​ພົວ​ພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ ມິ​ດ​ຕະ​ພາບ, ການ​ຮ່ວມ​ມື​ຮອບ​ດ້ານ​ກັບ​ພັກ, ລັດ ແລະ ປະ​ຊາ​ຊົນ​ຈີ​ນ ແລະ ຖື​ວ່າ ນີ້​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ບຸ​ລິ​ມະ​ສິດ​ຕົ້ນ​ຕໍ, ສ​ະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ຫວຽດ​ນາມ.  ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ສະ​ເຫນີ: ສອງ​ຝ່າຍ​ຄວນ​ເພີ່ມ​ທະ​ວີ​ການ​ພົບ​ປະ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ສອງ​ພັກ, ສອງ​ລັດ​ກວ່າ​ອີກ. ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ປະ​ທານ​ປະ​ເທດ ສະ​ເຫນີ ສອງ​ຝ່າຍ ຕ້ອງ​ປະ​ຕິ​ບັດ​ຢ່າງ​ເຂັ້ມ​ງວດ​ບັນ​ດາ​ຂໍ້​ຕົກ​ລົງ ແລະ ຄວາມ​ຮັບ​ຮູ້​ລວມ​ທີ່​ບັນ​ລຸ​ໄດ້​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ສອງ​ພັກ, ສອງ​ລັດ,ໃນ​ນັ້ນ ມີ “ຂໍ້​ຕົກ​ລົງ​ກ່ຽວ​ກັບ​ບັນ​ດາ​ຫລັກ​ການ​ພື້​ນ​ຖານ​ໃນ​ການ​ຊີ້​ນຳ​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ບົນ​ທ​ະ​ເລ ຫວຽດ​ນາມ - ຈ​ີນ”, ຄວບ​ຄຸມ​ຄວາມບໍ່​ລົງ​ລອຍ​ກັນ​ເປັນ​ຢ່າງ​ດີ, ບໍ່​ມີ​ການ​ກະ​ທຳ​ເຮັດ​ໃຫ້​ສະ​ພາບ​ການ​ສັບ​ສົນ​ຂຶ້ນ​ຕື່ມ, ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ໂດຍ​ສັນ​ຕິ​ວິ​ທີ. ທ່ານ​ປະ​ທານ​ປະ​ເທດ ເນັ້ນ​ຫນັກ ສອງ​ຝ່າຍ ຄວນ​ຊຸກ​ຍູ້​ບັນ​ດາ​ກົນ​ໄກ​ເຈ​ລະ​ຈາ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ທະ​ເລ​ລະ​ຫວ່າງ​ສອງ​ປະ​ເທດ ພ້ອມ​ກັນ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ປະ​ກອບ​ສ່ວນ​ຮັກ​ສາ​ສັນ​ຕິ​ພາບ,  ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນໂຄງ​ແຊ໋ວ​ຢູງ ຢືນ​ຢັນ: ພັກ, ລັດ ແລະ ປະ​ຊາ​ຊົນ​ຈີນ​ ຖື​ການ​ພົວ​ພັນ​ກັບ​ຫວຽດ​ນາມ ເປັນ​ສຳ​ຄັນ ແລະ ປາດ​ຖະ​ຫນາ​ຢາກ​ພ້ອມ​ກັບ​ຫວຽດ​ນາມ ຮັກ​ສາ​ການ​ພົບ​ປະ​ຂັ້ນ​ສູງ, ຊຸກ​ຍູ້​ການ​ຮ່ວມ​ມື​ແທດ​ຈິງ​ໃນ​ບັນ​ດາ​ຂົງ​ເຂດ, ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຈີນ ຫວຽດ​ນາມ ສືບ​ຕໍ່​ພັດ​ທະ​ນາ​ຢ່າງ​ປອດ​ໃສ, ໝັ້ນ​ຄົງ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ຕອນ​ບ່າຍວັນ​ດຽວ​ກັນ, ທີ່​ການ​ຕ້ອນ​ຮັບທ່ານ​ນາງ Cecilia Piccioni, ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອີ​ຕາ​ລີ ປະ​ຈຳ​ຫວຽດ​ນາມ, ທ່າ​ນ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ ຢືນ​ຢັນ: ຫວຽດນາມ ຍາມ​ໃດ​ກໍ​ຖື​ເປັນ​ສຳ​ຄັນ​ການ​ຮັກ​ສາ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ອີ​ຕາ​ລີ ແລະ ປາດ​ຖະ​ຫນາ​ການ​ພົວ​ພັ​ນ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ ແລະ ມີ​ປະ​ສິດ​ທິ​ຜົນ.  ສ່ວນ​ທ່ານ​ນາງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຢືນ​ຢັນ: ອີ​ຕາ​ລີ ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ຫວຽດ​ນາມ ແລະ ປາດ​ຖະ​ຫນາ​ຢາກ​ຊຸກ​ຍູ້​ການ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ​ໃນ 3 ເສົາ​ຄ້ຳ, ໃນ​ນັ້ນ ຫວຽດ​ນາມ ແມ່ນ​ຄູ່​ຄ​້າ​ລາຍ​ໃຫຍ່​ທີ່​ສຸດ​ຂອງ ອີ​ຕາ​ລີ ໃນ​ກຸ່ມ ອາ​ຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ