ຫວຽດນາມແລະຈີນຍາມໃດກໍ່ຖືເປັນສຳຄັນການພັດທະນາສາຍພົວພັນບ້ານໃກ້ເຮືອນຄຽງ
ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ ຕ້ອນຮັບທ່ານ ຫລີນອີ໋
ຮອງປະທານສະມາຄົມມິດຕະພາບພົວພັນຕ່າງປະເທດປະຊາຊົນ ຈີນ
(ພາບ: VGP/HaiMinh)
(vovworld) – ວັນທີ 29/12, ທີ່ການຕ້ອນຮັບທ່ານ ຫລີນອີ໋ ຮອງປະທານສະມາຄົມມິດຕະພາບພົວພັນຕ່າງປະເທດປະຊາຊົນ ຈີນ ແລະ ບັນດາຜູ້ແທນ 2 ປະເທດເຂົ້າຮ່ວມເວທີປາໄສປະຊາຊົນ ຫວຽດນາມ - ຈີນ ຄັ້ງທີ 7, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຫວຽດນາມ ຢືນຢັນວ່າ: ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການປັບປຸງ ແລະ ເພີ່ມທະວີການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ການຮ່ວມມືຮອບດ້ານກັບພັກ, ລັດຖະບານ ແລະ ປະຊາຊົນ ຈີນ. ທ່ານຮອງນາຍົກລັດຖະມົນຕີ ສະເໜີວ່າ: ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ແລະ ສະມາຄົມມິດຕະພາບພົວພັນຕ່າງປະເທດປະຊາຊົນ ຈີນ ສືບຕໍ່ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນລະຫວ່າງປະຊາຊົນ 2 ປະເທດເປັນຢ່າງດີ, ໃນນັ້ນມີເວທີປາໄສປະຊາຊົນ ຫວຽດນາມ - ຈີນ, ປະກອບສ່ວນຢ່າງແທດຈິງ ເຂົ້າໃນການປັບປຸງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຊຸກຍູ້ບັນດາຂົງເຂດຮ່ວມມືມີບາດກ້າວພັດທະນາຢ່າງແທດຈິງ, ຄວບຄຸມຄວາມບໍ່ລົງລອຍກັນເປັນຢ່າງດີ, ຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ, ປະກອບສ່ວນຊຸກຍູ້ການພັວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ພັດທະນາເປັນປົກກະຕິ, ປອດໃສ ແລະ ໝັ້ນຄົງ.
ສ່ວນທ່ານ ຫລີນອີ໋ ຮອງປະທານສະມາຄົມມິດຕະພາບພົວພັນຕ່າງປະເທດປະຊາຊົນ ຈີນ ຢືນຢັນວ່າ: ພັກ, ລັດຖະບານ ແລະ ປະຊາຊົນ ຈີນ ຖືເປັນສຳຄັນການພັດທະນາສາຍພົວພັນກັບ ຫວຽດນາມ. ສະມາຄົມມິດຕະພາບພົວພັນຕ່າງປະເທດປະຊາຊົນ ຈີນ ຈະສົມທົບກັບສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຢ່າງແໜ້ນແຟ້ນ, ສືບຕໍ່ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນມິດຕະພາບລະຫວ່າງປະຊາຊົນ 2 ປະເທດເປັນຢ່າງດີ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ພັດທະນາເປັນປົກກະຕິ, ປອດໃສໃນໄລຍະຈະມາເຖິງ.