ຫວຽດນາມແລະຈີເລປຶກສາການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດ

ຫວຽດນາມແລະຈີເລປຶກສາການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດ - ảnh 1
ທ່ານ Edgerdo Riveros Marin, ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ພົບ​ປະ​ກັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟ້າມ​ບີ່ງ​ມີງ
(ພ​າບ: Nguyễn Khang/TTXVN) 

(vovworld) –  ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ, ທ່ານ Edgerdo Riveros Marin, ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຈີ​ເລ ມີ​ການຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ, ​ແລະດຳ​ເນີນ​ວາ​ລະ​ປຶກ​ສາ​ການ​ເມືອງ​ຂັ້ນ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດລະ​ຫວ່າງ 2 ປະ​ເທດ ຄັ້ງ​ທີ 5 ແຕ່​ວັນ​ທີ 16 – 17/10/2016. ໃນ​ໄລ​ຍະ​ຢູ່​ຢ້ຽມ​ຢາມ ຫວຽດ​ນາມ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ Edgerdo Riveros Marin ໄດ້​​ພົບ​ປະ​ເຈ​ລະ​ຈາ​ກັ​ບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟ້າມ​ບີ່ງ​ມ​ີງ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟ້າມ​ບີ່ງ​ມີງ ຢັ້ງ​ຢືນ​ວ່າ: ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ຮອບ​ດ້ານ​ກັບ ຈີ​ເລ. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ Edgerdo Riveros Marin ຢັ້ງ​ຢືນ​ຖື​ ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​​ແຖວ​ໜ້າ​ຢູ່​ພາກ​ພື້ນ​ໃນ​ນະ​ໂຍ​ບາຍ​ມຸ່ງ​ໄປ​ເຖິງ ອາ​ຊີ - ປາ​ຊີ​ຟິກ ຂອງ​ຈີ​ເລ, ຫວັງ​ວ່​າ​ 2 ປະ​ເທດ​​ຈະເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື 2 ຝ່າຍ​ຢ່າງ​ຮອບ​ດ້ານ.

        ທີ່​ວາ​ລະ​ປຶກ​ສາ​ການ​ເມືອງ​ລະ​ຫວ່າງ​ກະ​ຊວງ​ການ​ຕ່າງ​ປະ​ເທດ 2 ປະ​ເທດ​ໃນ​ຕອນ​ເຊົ້າ​ວັນ​ທີ 17/10, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຮ່າ​ກິມງອກ ແລະ ທ່ານ​ຮອງ​ລັດ​ຖະ​ມົນ​ຕີ Edgerdo Riveros Marin ໄດ້​ສຸມ​ໃສ່​ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື 2 ຝ່າຍ ແລະ ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ພາກ​ພື້ນ, ສາ​ກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.  2 ຝ່າຍ​ຖື​ວ່າ, ຫວຽດ​ນາມ ແລະ ຈີ​ເລ ຍັງ​ມີ​ຄວາມ​ສາ​ມາ​ດ​ບົ່ມ​ຊ້ອນ​ຮ່ວມ​ມືຫຼາຍ​ຢ່າງ, ພິ​ເສດ​ແມ່ນ​ໃນ​ບັນ​ດາ​ຂົງ​ເຂດ​ກະ​ສິ​ກຳ, ອຸດ​ສາ​ຫະ​ກຳ​ປະ​ດິດ​​ສ້າງ ແລະ ປຸງ​ແຕ່ງ… ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, 2 ຝ່າຍ​ແບ່ງ​ປັນຫຼັກ​ໝັ້ນ​ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​ກັນ​ດ້ວຍ​ມາດ​ຕະ​ການ​ສັນ​ຕິ​ພາບ, ບໍ່​ນຳ​ໃຊ້​ອາ​ວຸດ ຫຼື ນາບ​ຂູ່​ນຳ​ໃຊ້​ອາ​ວຸດ, ເຄົາ​ລົບ​ບັນ​ດາ​ວິ​ວັດ​ທະ​ນາ​ການ​ການ​ທູດ ແລະ ກົດ​ໝາຍ, ບົນ​ພື້ນ​ຖານ​ເຄົາ​ລົບ​ນັບ​ຖື​ກົດ​ໝາຍ​ສາ​ກົນ, ໃນ​ນັ້ນ​ມີ​ສົນ​ທິ​ສັນ​ຍາ ສ​ປ​ຊ ແລະ ກົດ​ໝາຍ​ວ່າ​ດ້ວ​ຍ​ທະ​ເລ​ປີ 1982 (UNCLOS 1982).


ຂ່າວ/ບົດ​ອື່ນ