ຫວຽດນາມແລະນິວຊີແລນຊຸກຍູ້ການພົວພັນ 2 ຝ່າຍ

(VOVWORLD) -ຕອນບ່າຍວັນທີ 08/05, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງການຄ້ານິວຊີແລນ Todd McClay ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. 

ຫວຽດນາມແລະນິວຊີແລນຊຸກຍູ້ການພົວພັນ 2 ຝ່າຍ - ảnh 1 (ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

ຕ້ອນຮັບທ່ານລັດຖະມົນຕີກະຊວງການຄ້ານິວຊີແລນ)

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຫວັງວ່າ ການຢ້ຽມຢາມຂອງທ່ານລັດຖະມົນຕີ Todd McClay ຈະປະກອບສ່ວນຊຸກຍູ້ການພົວພັນດ້ານການຄ້າ 2 ຝ່າຍຢ່າງແຮງກວ່າ, ພ້ອມກັນນັ້ນ, ການພົວພັນລະຫວ່າງ 2 ປະເທດຈະພັດທະນາຢ່າງຮອບດ້ານ, ແຂງແຮງກວ່າໃນໄລຍະຈະມາເຖິງ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ 2 ປະເທດ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນເພື່ອຊຸກຍູ້ບັນດາຜົນປະໂຫຍດລວມໃນ APEC ແລະ ບັນດາການຮ່ວມສຳພັນດ້ານເສດຖະກິດຫຼາຍຝ່າຍອື່ນໆ, ປະກອບສ່ວນເພື່ອໃຫ້ກອງປະຊຸມລັດຖະມົນຕີການຄ້າ APEC ໄດ້ຈັດຕັ້ງຢູ່ຮ່າໂນ້ຍ ໃນລະຫວ່າງ 20 – 21/05 ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງບັນລຸໄດ້ຜົນງານອັນດີງາມຫຼາຍຢ່າງ.

        ທ່ານນາຍົກລັດຖະມົນຕີຊົມເຊີຍ ແລະ ຕີລາຄາສູງບັນດາຄຳກ່າວປາໄສທີ່ຕັ້ງໜ້າ, ເປັນປະຈຳຂອງນິວຊີແລນ ໃນໄລຍະຜ່ານມາ ເພື່ອແນໃສ່ຍົກສູງບົດບາດຂອງກົດໝາຍສາກົນ ແລະ ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982) ໃນການແກ້ໄຂບັນດາບັນຫາທະເລຕາເວັນອອກ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ