ຫວຽດນາມແລະບັນດາປະເທດອາຊຽນຮຽກຮ້ອງປົກປ້ອງເດັກໃນການປະທະກັນ

ຫວຽດນາມແລະບັນດາປະເທດອາຊຽນຮຽກຮ້ອງປົກປ້ອງເດັກໃນການປະທະກັນ - ảnh 1
ພາບ: AFP/TTXVN

(vovworld) – ວັນ​ທີ 25/3,  ທີ່ສຳ​ນັກ​ງານ​ຂອງ​ສະຫະ​ປະຊາ​ຊາດຢູ່​ນິວຢອກ, ປະ​ເທດ​ອາ​ເມ​ລິ​ກາ, ສະພາ​ຄວາມ​ໝັ້ນຄົງ​ຂອງສະຫະ​ປະຊາ​ຊາດ ​ໄດ້​ຈັດ​ຕັ້ງ​ວາລະ​ປຶກສາ​ຫາລື​ເປີດ​ກວ້າງ ກ່ຽວ​ກັບ​ຫົວ​ຂໍ້ “​ເດັກນ້ອຍ​ໃນ​ການ​ປະ​ທະ​ກັນ​ດ້ວຍ​ກຳລັງອາວຸດ”, ​ແລະ ຮຽກຮ້ອງ​ປະຊາ​ຄົມ​ໂລກ​ມີ​ບັນດາ​ມາດ​ຕະການ​ຈຳ​ເປັນ​ໃນ​ທັນທີ ​ເພື່ອ​ສະກັດ​ກັ້ນ​ກໍລະນີ​​ເດັກນ້ອຍຖື​ກ ຕົກ​ຢູ່​ໃນ​ການສະພາບ​ປະ​ທະກັນ​ດ້ວຍ​ກຳລັງ​ອາວຸດ, ປົກ​ປ້ອງ​ສິດຜົນປະ​ໂຫຍດຂອງ​ເດັກ​ຕໍ່ໜ້າ​ການ​ກະທົບ​ບໍ່​ດີ​ຈາກ​ການ​ປະ​ທະ​ກັນ​ນີ້, ຄະນະ​ຜູ້ຕາງ​ໜ້າ ​ຫວຽດນາມ​ ປະຈຳສະຫະ​ປະຊາ​ຊາດ​ໄດ້​ເຂົ້າ​ຮ່ວມ​ເຫດການ​ນີ້.
       ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ, ຫົວໜ້າຄະນະ​ຜູ້ຕາງ​ໜ້າ ​ຫວຽດນາມ​ ປະຈຳສະຫະ​ປະຊາ​ຊາດ​​, ​ຕາງໜ້າ​ໃຫ້​ສະຫະ​ສະມາຄົມ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ໄດ້​ກ່າວ​ຄຳ​​ເຫັນຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ​ຂອງ​ບັນດາ​ປະ​ເທດ​ກ່ຽວຂ້ອງ ​ແລະ ບັນດາ​ອົງການ​ຂອງ​ສະຫະ​ປະຊາ​ຊາດ​ໃນ​ການ​ປົກ​ປ້ອງ​ເດັກນ້ອຍ ​​​ໃນການ​ປະ​ທະກັນ​ໂດຍ​ຜ່ານ​ບັນດາ​ນະ​ໂຍບາຍ, ​ແຜນການ​ປະຕິບັດ​​ແຫ່ງ​ຊາດ​ຢ່າງ​ລະອຽດ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ປົກ​ປັກ​ຮັກສາ​ສັນຕິພາບ, ຫຼຸດຜ່ອນ​ກຳລັງ​ອາວຸດ. ຄຽງ​ຂ້າງ​ນັ້ນ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ ກໍ່​ສະ​ແດງ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍອັນເລິກ​ເຊ​ິ່ງ ຕໍ່​ສະພາບ​ການ​​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່ເດັກນ້ອຍ​ໃນ​ການ​ປະ​ທະ​ກັນ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ພິ​ເສດ​ແມ່ນ​ບັນດາ​​ເຫດການ​ເຂັ່ນ​ຂ້າ, ຂົ່ມຂືນ, ​ເຈັບ​ເດັກນ້ອຍ​ເປັນ​ຕົວ​ປະກັນ ​ແລະ ບຸກ​ໂຈມ​ຕີ​ໂຮງຮຽນ, ​ໂຮງໝໍ​ໂດ​ຍບັນດາ​ກຸ່ມ​ປະກອບ​ອາວຸດບໍ່​ຂຶ້ນ​ກັບປະ​ເທດ​​ກໍ່​ຂຶ້ນ.
      ຕາງໜ້າ​ໃຫ້​ບັນດາ​ປະ​ເທດ​ອາ​ຊຽນ ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ ຮຽກຮ້ອງ​ສະຫະ​ປະຊາ​ຊາດ, ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ ​ແລະ ພາກ​ພື້ນ, ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ຄວນ​ເພີ່ມ​ທະວີ​ຄວາມ​ມານະ​ພະຍາຍາມ​ເພື່ອ​ປົກ​ປ້ອງ​ເດັກນ້ອຍ​ຢູ່​ບັນດາ​ບ່ອນ​ທີ່​ມີ​ການ​ປະ​ທະ​ກັນ. ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ ກໍ່​ໄດ້​ແນ​ະນຳ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ​ໃນ​ວຽກ​ງານ​ປົກ​ປ້ອງ​ເດັກ, ​ໃນ​ນັ້ນ​ມີ​​ການ​ປະຕິບັດ​ສົນທິສັນ​ຍາ​ກ່ຽວ​ກັບ​ສິດ​ຂອງ​ເດັກ​, ຮັບຮອງ​ເອົາ​ຖະ​ແຫຼ​ງການ​ປີ 2013 ຂອງ​ອາ​ຊຽນ ກ່ຽວ​ກັບ​​ເລື່ອງ​ລົບ​ລ້າງ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ​ແລະ ​ເດັກນ້ອຍ​ຢູ່​ບັນດາ​ປະ​ເທດ​ອາ​ຊຽນ.

ຂ່າວ/ບົດ​ອື່ນ