ທ່ານປະທານປະເທດ ເຈືອງເຕີນຊາງ ພົບປະກັບ ປະທານາທິບໍດີ
ຝລັ່ງ Francois Hollande
|
(vovworld)- ຕອນບ່າຍວັນທີ 28/9, ຢູ່ນອກກອງປະຊຸມຄັ້ງທີ 70 ສະມັດຊາໃຫຍ່ ສປຊ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ພົບປະກັບປະທານາທິບໍດີ ຝລັ່ງ Francois Hollande. ນະທີ່ນີ້ ການນຳສອງທ່ານ ໄດ້ເຫັນດີ ສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ ແລະ ເຮັດໃຫ້ກົນໄກການເຈລະຈາການຮ່ວມມືລະຫວ່າງສອງປະເທດ ກ່ຽວກັບຍຸດທະສາດ, ການປ້ອງກັນຄວາມສະຫງົບ, ປ້ອງກັນຊາດ, ເສດຖະກິດ, ນຳການຮ່ວມມືດ້ານເສດຖະກິດກາຍເປັນເສົາຄ້ຳຕົ້ນຕໍຂອງການພົວພັນລະຫວ່າງ ຫວຽດນາມ ແລະ ຝລັ່ງ. ສອງປະເທດ ສືບຕໍ່ສົ່ງເສີມບັນດາວິສາຫະກິດສອງປະເທດ ຍູ້ແຮງການຮ່ວມມືໃນທຸກຂົງເຂດ ຊື່ງຝລັ່ງ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການ. ທ່ານປະທານປະເທດເຈືອງເຕີນຊາງ ສະເຫນີ ຝລັ່ງ ສືບຕໍ່ສະຫນັບສະຫນູນການພັດທະນາການພົວພັນລະຫວ່າງ ຫວຽດນາມ ແລະ ອີຢູ ແລະ ປາດຖະຫນາຢາກສອງຝ່າຍ ສືບຕໍ່ຮ່ວມມືຢ່າງແຫນ້ນແຟ້ນໃນການປະຕິບັດບັນດາເປົ້າໝາຍພັດທະນາສະຫັດສະຫວັດໄລຍະຫລັງປີ 2015. ທ່ານປະທານປະເທດເຈືອງເຕີນຊາງ ແລະ ປະທານາທິບໍດີ ຝລັ່ງ Hollande ເຫັນດີ ສືບຕໍ່ຍູ້ແຮງບັນດາໂຄງການຮ່ວມມື ສາມຝ່າຍ ຫວຽດນາມ, ຝລັ່ງ ແລະ ອາຟຼິກາ. ທ່ານປະທານປະເທດເຈືອງເຕີນຊາງ ສະເຫນີ ຝລັ່ງ ສືບຕໍ່ ເສີມຂະຫຍາຍບົດບາດສຳຄັນຂອງຕົນ ເພື່ອປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ຮັບປະກັນຄວາມເສລີໃນການເດີນທະເລ, ການບິນ ຢູ່ ທະເລຕາເວັນອອກ ແລະ ແກ້ໄຂການຂັດແຍ້ງໂດຍສັນຕິວິທີ. ທ່ານປະທານາທິບໍດີ ຝລັ່ງ ປາດຖະຫນາວ່າ ຫວຽດນາມ ຈະສົ່ງຄະນະຜູ້ແທນເຂົ້າຮ່ວມກອງປະຊຸມກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຂອງ ສປຊ ຈັດຂຶ້ນຢູ່ ປາຣີ ໃນຕົ້ນເດືອນ 12 ຈະມາເຖິງ. ທ່ານປະທານປະເທດ ເຈືອງເຕີນຊາງ ຢືນຢັນ ຈະສົ່ງຄະນະຜູ້ແທນເຂົ້າຮ່ວມ ແລະ ພ້ອມແລ້ວ ທີ່ຈະເຂົ້າຮ່ວມຢ່າງຕັ້ງຫນ້າ ເພື່ອປະກອບສ່ວນເຂົ້າໃນຜົນສຳເລັດຂອງກອງປະຊຸມ. ໃນວັນດຽວກັນ, ທ່ານປະທານປະເທດເຈືອງເຕີນຊາງ ໄດ້ໄປຢ້ຽມຢາມ ສຳນັກຂ່າວສານ AP ທີ່ນິວຢອກ ສະຫະລັດ ອາເມລິກາ
ນັກຂ່າວ ຮ່ວາງຢູງ