ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
(ພາບປະກອບ)
(vovworld)- ຕອນບ່າຍວັນທີ 11/4 ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Jose Almendras, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຟິລີບປີນ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ: ການຢ້ຽມຢາມສະແດງໃຫ້ເຫັນຄວາມປາດຖະຫນາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດໃຫ້ນັບມື້ນັບເລິກເຊິ່ງ, ຮອບດ້ານ ແລະ ມີປະສິດທິຜົນ, ເປັນຕົ້ນ ປີນີ້ ຫວຽດນາມ ແລະ ຟິລີບປີນ ສະເຫລີມສະຫລອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເຫນີ ລັດຖະບານສອງປະເທດສືບຕໍ່ສ້າງເງື່ອນໄຂສະດວກກວ່າອີກເພື່ອຊຸກຍູ້ການຮ່ວມມືລົງທຶນ, ດຳເນີນທຸລະກິດຂອງວິສາຫະກິດສອງປະເທດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະຫນາຢາກສອງຝ່າຍເພີ່ມທະວີການຮ່ວມມືແກ້ໄຂບັນດາສິ່ງທ້າທາຍລວມຄື: ຄວາມປອດໄພການເດີນທະເລ, ໄພທຳມະຊາດ, ປ້ອງກັນຕ້ານການກໍ່ການຮ້າຍ, ປ້ອງກັນຕ້ານອາດຊະຍາກຳຂ້າມຊາດ. ສ່ວນທ່ານລັດຖະມົນຕີ Jose Almendras ສະເຫລີລັດຖະບານສອງປະເທດຍູ້ແຮງການຮ່ວມມືໃນການຜັນຂະຫຍາຍແຜນການດຳເນີນງານຮ່ວມລະຫວ່າງສອງປະເທດ, ຊຸກຍູ້ການທູດປະຊາຊົນ ແລະ ເພີ່ມທະວີການເຊື່ອມຕໍ່ລະຫວ່າງຄະນະກຳມະການປະສົມລະຫວ່າງສອງປະເທດ, ພິເສດຍູ້ແຮງການຮ່ວມືໃນຂົງເຂດເສດຖະກິດ, ການຄ້າເພື່ອຜົນປະໂຫຍດຂອງທັງສອງຝ່າຍ.