ຫວຽດນາມ - ລາວ ຮ່ວມມືໃນຂົງເຂດກະສິກຳ - ປ່າໄມ້
(ພາບ: phamkien/vietnam+)
(vovworld) - ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ ລະຫວ່າງວັນທີ 19 – 21/7, ວັນທີ 21/7, ຢູ່ນະຄອນຫລວງ ວຽງຈັນ, ຄະນະຜູ້ແທນກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ມີການປະຊຸມກັບຄະນະຜູ້ແທນກະຊວງກະສິກຳ - ປ່າໄມ້ ລາວ. ຕາມນັ້ນແລ້ວ, ຫວຽດນາມ - ລາວ ຈະເພີ່ມທະວີການຮ່ວມມືຮອບດ້ານໃນຂົງເຂດກະສິກຳ - ປ່າໄມ້, ສິນໃນນ້ຳ ແລະ ພັດທະນາຊົນນະບົດ, ໃນນັ້ນ, ສຸມໃສ່ເຂົ້າຂົງເຂດວິທະຍາສາດເຕັກນິກ, ການບຳລຸງສ້າງ, ການລົງທຶນ ແລະ ການຄ້າ.
ໃນແຜນການຮ່ວມມືສົກປີ 2015 – 2016, 2 ຝ່າຍໄດ້ເຫັນດີເປັນເອກະພາບຊຸດຍູ້ການຮ່ວມມືຮອບດ້ານໃນຂົງເຂດກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ສຸມໃສ່ເຂົ້າບັນດາຂົງເຂດວິທະຍາສາດເຕັກນິກ, ການບຳລຸງສ້າງ, ການລົງທຶນ ແລະ ການຄ້າກວ່າອີກ. ສຳລັບການຮ່ວມມືລະຫວ່າງ 2 ກະຊວງ, 2 ຝ່າຍເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການຮ່ວມມື ບໍ່ພຽງແຕ່ຢູ່ຂັ້ນກະຊວງ ຫາກຍັງຢູ່ຂັ້ນອົງການວິຊາການຂອງ 2 ກະຊວງ ບົນນ້ຳໃຈມິດຕະພາບພິເສດ, ການຮ່ວມມືຮອບດ້ານ, ແທດຈິງ ແລະ ມີປະສິດທິຜົນ ຜ່ານການແລກປ່ຽນຄະນະຜູ້ແທນທຸກຂັ້ນເປັນປະຈຳ, ຈັດຕັ້ງການປະຕິບັດລາຍການ, ໂຄງການຕ່າງໆເຊິ່ງໄດ້ຮັບຄວາມເຫັນດີເປັນເອກະພາບລະຫວ່າງ 2 ກະຊວງ, ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ; ເພີ່ມທະວີການຮ່ວມມືບຳລຸງສ້າງ, ຖ່າຍທອດເຕັກໂນໂລຢີໃນຂົງເຂດຕົ້ນໄມ້ກິນໝາກ ແລະ ລ້ຽງປູກສິນໃນນ້ຳ; ເພີ່ມທະວີການແລກປ່ຽນນັກຊ່ຽວຊານເພື່ອແນໃສ່ຍົກສູງຄວາມສາມາດບຳລຸງສ້າງ ແລະ ຄົ້ນຄວ້າລະຫວ່າງບາງສະຖາບັນ, ມະຫາວິທະຍາໄລ, ວິທະຍາໄລທີ່ຂຶ້ນກັບກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ແລະ ກະຊວງກະສິກຳ - ປ່າໄມ້ ລາວ.