ການພົບປະເຈລະຈາ (ພາບ: PhanKien/TTXVN)
(vovworld) – ຕອນບ່າຍວັນທີ 28/9, ຄະນະຜູ້ແທນຄະນະກຳມະການຊົນເຜົ່າ ຫວຽດນາມ ໂດຍທ່ານລັດຖະມົນຕີຊ່ວຍວ່າການ, ຮອງຫົວໜ້າຄະນະກຳມະການ ຟານວັນຮຸ່ງ ເປັນຫົວໜ້າຄະນະ ມີການພົບປະເຈລະຈາກັບຄະນະຜູ້ແທນຄະນະກຳມະການສູນກາງແນວລາວສ້າງຊາດ, ໂດຍທ່ານຮອງປະທານຄະນະກຳມະການ ວົງຈັນ ພົມສະຫວັດ ເປັນຫົວໜ້າຄະນະ. ທີ່ການພົບປະເຈລະຈາ, 2 ຝ່າຍກໍເຫັນດີເປັນເອກະພາບຕໍ່ແຜນການຮ່ວມມືໃນປີ 2016, ຕາມນັ້ນ ຈະສືບຕໍ່ບຳລຸງສ້າງ ແລະ ສຶກສາອົບຮົມພະນັກງານປະຕິບັດວຽກງານຊົນເຜົ່າ, ຈັດຕັ້ງການແລກປ່ຽນຄົ້ນຄວ້າ ຕົວຈິງກ່ຽວກັບການກໍ່ສ້າງ ແລະ ຈັດຕັ້ງການປະຕິບັດນະໂຍບາຍຊົນເຜົ່າຢູ່ແຕ່ລະປະເທດ, ພິເສດແມ່ນການເຄື່ອນໄຫວໂຄສະນາ, ຄົ້ນຄວ້າກໍ່ສ້າງນະໂຍບາຍພັດທະນາດ້ານເສດຖະກິດ - ສັງຄົມລຽບຕາມເສັ້ນຊາຍແດນ ຫວຽດນາມ - ລາວ ທີ່ມີຄວາມຍາວປະມານກ່ວາ 2.000 Km, ຕິດກັບ 10 ແຂວງ. ຝ່າຍ ຫວຽດນາມໃຫ້ຄຳໝັ້ນສັນຍາຊີ້ນຳ, ແນະນຳບັນດາທ້ອງຖິ່ນທີ່ມີເສັ້ນຊາຍແດນຕິດກັບ ລາວ ເອົາໃຈໃສ່ວຽກງານກໍ່ສ້າງບັນດາໂຄງການພັດທະນາເສດຖະກິດ - ສັງຄົມ ດ້ວຍຮູບການທີ່ເໝາະສົມ ເພື່ອຮັບປະກັນຊີວິດສັງຄົມ, ລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກຢູ່ເຂດຊົນເຜົ່າ, ເຂດຊາຍແດນ 2 ປະເທດ, ປະກອບສ່ວນປົກປັກຮັກສາເອກະພາບ, ສະຖຽນລະພາບຂອງແຕ່ລະປະເທດ ກໍຄືໃນພາກພື້ນ.